Members Login
Username 
 
Password 
    Remember Me  
Post Info TOPIC: ພູອາສາ New miracle in southern Laos !
Anonymous

Date:
ພູອາສາ New miracle in southern Laos !
Permalink   




ພູອາສາ ເປັນວັດທີ່ຕັ້ງຢູ່ ພະ ລານຫີນໃຫຍ່ຮາບພຽງຂອງ ພູຜາກຽດ ໂງ້ງ ເມືອງປະທຸມ ພອນ ແຂວງຈຳປາ ສັກ ພູຫນ່ວຍນີ້ ເປັນພູທີ່ປະດັບເອ້ ຍ້ອງໄປດ້ວຍທຳມະຊາດສວຍ ສົດງົດ ງາມ ປະກອບດ້ວຍຄວາມອຸດົມສົມ ບູນຮັ່ງມີໄປດ້ວຍພຶກສາຕົ້ນໄມ້ນາໆຊະນິດ ແລະ ສັດສາວາສິ່ງຢ່າງຫລວງ ຫລາຍເຫນືອພັນລະນາ.ວັດພູອາສາ ຫ່າງຈາກຕົວເມືອງ ປາກເຊໄປຕາມທາງເລກທີ 13 ໃຕ້ ພໍຮອດຫລັກ 48 (ບ້ານຫລັກ 48) ແລ້ວລ້ຽວຊ້າຍ ໄປທາງທິດຕາເວັນອອກ ສ່ຽງໃຕ້ ຂອງເສັ້ນທາງດິນແດງເລກທີ 18 A ປາກເຊ-ອັດຕະ ປື ອີກປະມານ 7 ຫລັກ ກໍເຫັນປ້າຍແນະນຳການທ່ອງ ທ່ຽວ ພູດັ່ງກ່າວ ແລະ ປ້າຍທາງ ເຂົ້າ ບ້ານກຽດໂງ້ງ ທີ່ຢູ່ກ້ຳຊ້າຍມືເຂົ້າໄປ ອີກ 2 ຫລັກ ກໍເຖິງບ້ານ ພໍເຖິງບ້ານ ທ່ານພໍ ໃຈທີ່ຕ້ອງຍ່າງ ຫລື ຂີ່ຊ້າງທີ່ຊາວບ້ານນຳມາລໍໃຫ້ບໍລິການ ດ້ວຍ ລາຄາຖ້ຽວ 100.000 ກີບ ແຕ່ບ້ານ ຫາ ວັດພູອາສາ ນີ້ຈະມີໄລຍະທາງ ເປັນດິນ ແລະ ພະລານຫີນ 2 ກິໂລ ແມັດ 2 ຝາກທາງຈະເປັນປ່າທີ່ຍັງສົມບູນແບບມີຄວາມຮົ່ມເຢັນ...
 


ພູອາສາເປັນວັດວິຫານ ທີ່ສ້າງດ້ວຍຫີນ ຢ່າງ ຫນ້າອັດສະຈັນ ຢັ່ງຢາຍໄປຕາມຈ້າຍ ພູ ທີ່ມີກຳແພງອ້ອມຮອບ ທັງຫມົດ 4 ດ້ານ,ດ້ານເຫນືອຍາວປະມານ 54 ແມັດ, ປະກອບດ້ວຍເສົາຫີນປະມານ 14 ຕົ້ນ, ຕັ້ງລຽບລາຍຊົງຕົວຢູ່ໃນສະ ພາບຊຸດໂຊມ ຫ່າງກັນປະມານ 4 ຫາ 4,50 ແມັດ. ຢູ່ດ້ານນີ້ຍັງມີສີມໃຫຍ່ຢູ່ຫລັງຫນຶ່ງເປັນຮູບ 4 ຫລ່ຽມ ທີ່ປະ ກອບດ້ວຍ 2 ມຸກ ຢູ່ອ້ອມຂ້າງ ສີມຍັງ ມີ ລະບຽງ ເປັນດອກບົວກົ່ງໂຄ້ງອ້ອມ ຮອບ, ດ້ານຕາເວັນອອກສ່ຽງໃຕ້ມີທາດຫີນ ລ້ອມໄປດ້ວຍທາດນ້ອຍ 9 ລູກ ທາງເຫນືອສີມມີອ່າງຫີນໃຫຍ່ ຫນ່ວຍຫນຶ່ງທີ່ມີນ້ຳສະອາດ ຕະຫລອດ ຍາມ ສຳລັບດ້ານໃຕ້ ມີເສົາອີກ 14 ຕົ້ນ ທີ່ຫ່າງກັນ 4 ຫາ 4,5 ແມັດດ້ານ ຕາເວັນຕົກ ກໍມີເສົາຫີນຈຳນວນ 37 ຕົ້ນ ຫ່າງກັນປະມານ 4 ຫາ 4,20 ແມັດ. ໃນຈຳ ນວນເສົາທັງຫມົດທີ່ກ່າວ ມານີ້ໄດ້ຖືກຊຸດໂຊມເພພັງໄປແລ້ວຈຳ ນວນ 14 ເສົາ ຍ້ອນສາ ເຫດຈາກຮາກ ໄມ້ເກີດຂຶ້ນດັນພື້ນ ສ່ວນຢູ່ທາງດ້ານ ຕາເວັນອອກ ກໍມີເສົາຫີນຢູ່ 40 ຕົ້ນ ທີຫ່າງກັນ 4 ຫາ 4,50 ແມັດ ຢູ່ດ້ານ ເບື້ອງນີ້ ຈະເປັນຜາຫີນທີ່ສູງຊັນ ບໍ່ມີ ທາງຂຶ້ນສາ ມາດແນມເຫັນທຳມະຊາດບ້ານກຽດໂງ້ງ,ບຶງກຽດໂງ້ງ, ທ້ອງທົ່ງ ນາ, ປ່າໄມ້ຂຸນເຂົາ ແລະ ບ້ານອື່ນໆ ສຸດຊົ່ວສາຍຕາ ດຸດດັ່ງໄດ້ຂີ່ຍົນຊົມ. ຖັດໄປແມ່ນມີຖ້ຳພະ ແລະ ມີຮອຍຕີນ ະ ບາດຂະຫນາດໃຫຍ່ສະຫລັກຢູ່ ແທ່ນຫີນ.

ທ່ານຜູ້ອ່ານທີ່ຮັກແພງ ພູອາສາແມ່ນແຫລ່ງທ່ອງ ທ່ຽວ ແຫ່ງຫນຶ່ງ ທີ່ມີ ຄວາມສວຍງາມເປັນຈຸດດຶງດູດນັກ ທ່ອງທ່ຽວບໍ່ຫນ້ອຍ ປະຈຸບັນ ແຕ່ ລະ ປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຢ່າງ ຫລວງຫລາຍ ເພາະຢູ່ທີ່ນີ້ ຈະມີບ້ານ ພັກ ທັງພາກລັດ-ເອກະຊົນ ຄ່ອຍ ຕ້ອນຮັບແຂກທີ່ມາເຖິງ ລາຄາ ນັບແຕ່ ມາດຕະຖານຫາທຳມະດາ ຄືນຫນຶ່ງ 40.000 ກີບ ຫາ 32 $ ຕໍ່ຄົນ;ມັນເຖິງເວ ລາແລ້ວ ທີ່ພວກເຮົາຈະ ໄດ້ພ້ອມພຽງກັນເພີ່ມທະວີໃນການປົກປັກຮັກສາປະຕິສັງຂອນສະ ຖານທີ່ ວັດຖຸບູຮານແຫ່ງນີ້ ໃຫ້ມັນຢືນຍົງຢູ່ຄູ່ ວັດທະນະທຳລາວ ຕະຫລອດໄປ.

source: ຫນັງສືພິມປະຊາຊົນ ເສດຖະກິດ ສັງຄົມ

Phou Asa is reached by a short walk or elephant ride from the village along a forest trail. The summit opens out to provide a stunning view over large areas of southern Lao. The forests of Xe Pian and Dong Hua Sao NPAs appear to stretch out endlessly from the Kiet Ngong wetland. To the north is the Bolaven Plateau, and on a clear day waterfalls can be seen cascading from it. Ahead to the east is the Xe Khong floodplain in Attapeu, and lining the horizon is the Annamite Mountains on the Vietnamese border. At the top of the outcrop is a ring of stone pillars. Legends abound about these remains, but it is unknown if the structure was built for religious or military reasons.


__________________
Anonymous

Date:
Permalink   

blankstare ງາມແທ້ໆ



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard