Members Login
Username 
 
Password 
    Remember Me  
Post Info TOPIC: Laos warns: Pork is dangerous to eat throughout the country
Anonymous

Date:
Laos warns: Pork is dangerous to eat throughout the country
Permalink   


ລາວເຕືອນປະຊາຊົນໃຫ້ລະວັງການກິນຊີ້ນໝູ

ທາງການລາວປະກາດແຈ້ງການເຕືອນໃຫ້ປະຊາຊົນລະມັດລະວັງໃນການບໍລິໂພກຊີ້ນໝູ ເພື່ອປ້ອງກັນການໄດ້ຮັບເຊື້ອຈາກໝູທີ່ເປັນໂຣກໝູຫູກໍ່າ ດ້ວຍການປຸກລະດົມໃຫ້ປະຊາ ຊົນລາວເລືອກຊື້ຊີ້ນໝູຈາກຮ້ານຄ້າທີ່ໄດ້ຜ່ານ ການຮັບຮອງຈາກໜ່ວຍງານຂອງທາງການ ລາວຢ່າງຖືກຕ້ອງເທົ່ານັ້ນ.

voa Lao news

ຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກຂອງລາວໄດ້ໃຫ້ ການຢືນຢັນວ່າ ກະຊວງສາທາລະນະສຸກໄດ້ປະກາດແຈ້ງ ການເຕືອນ ໄປເຖິງປະຊາຊົນໃນທົ່ວປະເທດເມື່ອບໍ່ນານມາ ນີ້ ເພື່ອໃຫ້ເພີ່ມຄວາມລະມັດລະວັງເປັນພິເສດຂື້ນໃນການ ຊື້ຫາຊີ້ນໝູສຳລັບນໍາມາບໍລິໂພກພາຍໃນຄົວເຮືອນ ດ້ວຍ ການທີ່ຈະຕ້ອງເລືອກຊື້ຊີ້ນໝູ ສະເພາະຈາກຮ້ານຄ້າທີ່ໄດ້ ຜ່ານການຮັບຮອງ ຈາກກົມອະນາໄມ ແລະກົມປະສຸສັດ ຂອງທາງການລາວຢ່າງຖືກຕ້ອງແລ້ວເທົ່ານັ້ນ.

ໂດຍປະກາດແຈ້ງການເຕືອນດັ່ງກ່າວຖືເປັນມາດຕະການສ່ວນນຶ່ງໃນການປ້ອງກັນການ ຕິດຕໍ່ເຊື້ອໄວຣັສຈາກໝູທີ່ເປັນໂຣກໝູຫູກໍ່າ ຫລືໂຣກ PRRS ທີ່ກໍາລັງແຜ່ລະບາດ ຢູ່ ໃນເຂດເມືອງສີສັດຕະນາກ ເມືອງສີໂຄດຕະບອງ ແລະເມືອງຫາດຊາຍຟອງ ຈົນຕ້ອງ ປະກາດໃຫ້ທັງສາມເມືອງດັ່ງກ່າວຂອງນະຄອນວຽງຈັນ ເປັນເຂດ ຄວບຄຸມການແຜ່ລະ ບາດ ໍຂອງເຊື້ອໂຣກດັ່ງກ່າວຢູ່ໃນເວລານີ້.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວກໍຍອມຮັບວ່າການເລືອກຊື້ຊີ້ນໝູຈາກຮ້ານຄ້າທີ່ໄດ້ ຜ່ານການຮັບຮອງຈາກໜ່ວຍງານຂອງລັດຖະບານລາວດັ່ງກ່າວນີ້ ກໍຍັງຄົງບໍ່ສາມາດທີ່ ຈະຮັບປະກັນໄດ້ວ່າຈະບໍ່ມີການໄດ້ຮັບເຊື້ອ PRRS ເກີດຂື້ນ ເນຶ່ອງຈາກວ່າຜູ້ບໍລິໂພກ ຊີ້ນໝູນັ້ນຍັງຈະຕ້ອງບໍລິໂພກສະເພາະຊີ້ມໝູທີ່ໄດ້ປຸງໃຫ້ສຸກແລ້ວເທົ່ານັ້ນ.

ນອກຈາກ​ນີ້ ​ໃນ​ຂະນະ​ທີ່​ໄດ້​ເລືອກ​ຊື້​ຊີ້ນ​ໝູ​ຈາກ​ຮ້ານ​ຄ້າ​ທີ່​ຜ່ານ​ການ​ຮັບຮອງ​ຈາກ​ ໜ່ວຍ​ງານ​ ທີ່​ຮັບຜິດຊອບ​ຂອງ ທາງ​ການ​ລາວ​ນັ້ນ​ກໍ​ຍັງ​ຈະ​ຕ້ອງ​ເລືອກ​ຊື້​ສະ​ເພາະ​ຊີ້ນໝູ​ທີ່​ມີ​ສີ​ຊົມ​ ພູ​ປົນ​ສີ​ແດງ ຊີ້ນ​ມີ​ຜິວ​ມັນ​ມີ​ຄວາມ​ນຸ້ມ​ແລະ​​​​ແໜ້ນ ບໍ່​ມີ​ກິ່ນ​ເໝັນ ບໍ່​ມີ​ເມືອກ ບໍ່​ມີ​ການ​ຊໍ້າ​ເລືອດ ບໍ່​ມີ​ສີຂຽວ ບໍ່​ແຫ້ງ ​ໄຂມັນ​ໝູ​ຈະ​ຕ້ອງ​ມີ​ສີຂາວ​ຂຸ່ນ ​ແລະ​ຊີ້ນ ໝູ​ຈະ​ຕ້ອງ​ມີ​ສີ​ທີ່​ບໍ່​ແດງ​ເກີນ​ໄປ ສ່ວນ​ຊີ້ນ​ໝູ​ແຊ່​ແຂງ​ນັ້ນ ກໍ​ຈະ​ຕ້ອງ​ເລືອກ​ຊື້​ຊີ້ນ​ໝູ​ທີ່​ຜ່ານ​ການ​​ແຊ່​ແຂງ​ມາ​ແລ້ວ​ບໍ່​ເກີນ​ສາມ​ ມື້​ເທົ່າ​ນັ້ນອີກ​ດ້ວຍ ຈຶ່ງ​ຈະ​ສາມາດ​ຮັບປະກັນ​ໄດ້​ຢ່າ​ງຄັກ​ແນ່​ວ່າ​ຜູ້​ບໍລິ​ໂພ​ກຈະ​ປອດ​ໄພ​ຈາກ​ ການ​ໄດ້ ຮັບ​ເຊື້ອ​ໄວຣັສ PRRS ຈາກ​ຊີ້ນ​ໝູ​ດັ່ງກ່າວ.

ທາງ​ດ້ານ​ທ່ານ​ລາດ​ຊະ​ນິວົງ ອໍາ​ມະລາ​ທິທາດາ ຫົວໜ້າ​ຜະ ​ແນ​ກກະສິກໍາ-ປ່າ​ໄມ້ ນະຄອນ​ວຽງ​ຈັນ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ພະຍາດ​ໝູ​ຫູ​ກໍ່າ​ໄດ້​ເລີ່​ມ​ເກີດ​ການ​ແຜ່​ລະບາດ ​ນັບ​ຈາກ​ກາງ​ເດືອນ​ມິຖຸນາ​ເປັນ​ຕົ້ນ​ມາ ​ໂດຍ​​ເຮັດ​ໃຫ້​ມີ​ໝູ​ທີ່​ຕາຍ​ໄປ​ແລ້ວ​ຫລາຍ​ກວ່າ 200 ຕົວ ​ແລະ​ຍັງ​ມີ ໝູ​ອີກ​ຫລາຍ​ກວ່າ 4,00 ຕົວ​ທີ່​ຕິດ​ເຊື້​ອ​ໂຣກທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ ​ແລະ​ຈະ​ຕ້ອງ​ແຍກ​ອອກ​ຈາກ​ໝູ​ຕົວ ອື່ນໆຢ່າງ​ຮີບ​ດ່ວນ​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແຜ່​ລະບາດ​ເພີ່ມ ​ຂື້ນ​ອີກ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເນ່ື່ອງຈາກ​ວ່າ​ໃນ​ທົ່ວ​ເຂດ​ນະຄອນ​ວຽງ​ຈັນ​ມີ​ຟາ​ມລ້ຽງ​ໝູ​ຢູ່​ຫລາຍ​ກວ່າ 200 ​ແຫ່ງ ​ແລະ​ມີ​ໝູ ລວມກັນ​ຫລາຍ​ກວ່າ 66,000 ຕົວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ປະກາດ​ກຳໜົດ​ໃຫ້​ເມືອງ​ໄຊ​ທານີ ​ເມືອງ​ໄຊ​ເສດ​ຖາ​ ​ເມືອງ​ຈັນທະ​ບຸລີ ​ເມືອງ​ນາ​ຊາຍ​ທອງ ​ເມືອງ​ປາກ​ງຶ່​ມ ​​​ແລະເມືອງ​ສັງ​ທອງ ​ເປັນ​ເຂດ​ຕ້ອງ​ເຝົ້າລະວັງ​ຢ່າງ​ໄກ້​ຊິດ​ດ້ວຍ ດັ່ງ​ທີ່​ທ່ານ ລາດ​ຊະ​ນີວົງ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

“ສາມ​ເມືອງ​ທີ່​ເປັນ​ເຂດ​ລະບາດ ພວກ​ເຮົາ​ກໍ​ໄດ້​ກຳໜົ​ດແລະ​ແຈ້ງ​ການ​ໄປ​ຍັງ​ອໍາ ນາດ​ການ​ປົກຄອງ​ວ່າ​ ໃຫ້​ມີ​ເຂດລະບາດ​ແລະ​ເຂດ​ເຝົ້າລະວັງ ສ່ວນ​ຈຸດ​ກວດກາ​ນັ້ນ ກໍ​ຈະ​ຕ້ອງ​ມີ​ການ​ກວດກາ​ຢູ່​ຕາມ​ດ່ານ​ຕ່າງໆ​ ນອກ​ນັ້ນ​ກໍ​ແມ່ນ​ຢູ່​ຕາມ​ໂຮງ​ຂ້າ​ສັດ​ແລະ​ບ່ອນ​ປຸງ​ແຕ່ງອາຫານ​ສັດ ສ່ວນ​ຢູ່​ທີ​ຟາ​ມທີ່​ເກີດ​ການລະບາດ​ນັ້ນ ກໍ​ໄດ້​ມີ​ການ​ແນະນຳ​ໃຫ້​ແຍກ​ໝູ​ທີ່​ເຈັບ​ເປັນ​ອອກ​ຕ່າງຫາກ ໝູ​ທີ່​ຕາຍ​ແລ້ວ​ກໍ​ຕ້ອງ​ທຳລາຍ​ດ້ວຍ​ການ​ເອົາ​ໄປ​ຝັງ ສ່ວນ​ໝູ​ທີ່​ເຈັບເປັນ​ ກໍ​ໃຫ້​ປິ່ນປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ໂຣກດັ່ງກ່າວ.”

ສ່ວນ​ກ່ຽວ​ກັບ​ອາການ​ຂອງ​ໝູ​ທີ່​ເປັນ​ໂຣກຫູ​ກໍ່າ​ນັ້ນ ຈະ​ມີ​ການ​ສະ​ແດງ​ອາການ​ສອງ​ລັກສະ​ນະ ດ້ວຍ​ກັນ ​ຄື ນຶ່ງ​ ມີອາການ​ເປັນຫວັດ ຂີ້ມູກ​ຍ້ອຍ ຕົວ​ຈ່ອຍ ​ແລະ​ມີ​ອາການ​ປອດ​ບວມ​ຢ່າງ​ຮຸນ​ແຮງ ສອງ ໝູ​ອອກ​ລູກ​ກ່ອນ​ກຳໜົດ ຫລື​ແທ້ງ​ລູກ ຫລື​ລູກ​ຕາຍ​ໃນ​ທ້ອງ ບໍ່​ມີ​ນໍ້ານົມ​ໃຫ້​ລູກ​ກິນ ​ແລະ​ຖ້າ​ຫາກ​ເປັນ​ໝູສີ​ຂາວ​ ກໍ​ຈະ​ສັງ​ເກດ​ເຫັນໃບ​ຫູ​ກໍ່າ ຫລື​ດໍາ​ໄດ້​ຢ່າງ​​ແຈ່ມ​ແຈ້ງ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard