Members Login
Username 
 
Password 
    Remember Me  
Post Info TOPIC: Some opinions about PasaLao
Anonymous

Date:
Some opinions about PasaLao
Permalink   

ສະບາຍດີ ທ່ານຮັບຜິດຊອບຄໍລຳ ນານາສາລະ ໜັງສືພິມວຽງຈັນໃໝ່ ທີ່ນັບຖື !.

ຂ້າພະເຈົ້າ ທ້າວ ສົມຈິຕ ເຄີຍໄດ້ອ່ານໜັງສືພິມ ວຽງຈັນໃໝ່ ເປັນປະຈຳ ແຕ່ບໍ່ເຄີຍຂຽນເຂົ້າມາຮ່ວມ ໃນລາຍການຈັກເທື່ອ ເປັນເທື່ອທຳອິດ ທີ່ຢາກມີຄວາມເຫັນ ກ່ຽວກັບພາສາລາວ ເພາະວ່າໄດ້ອ່ານກ່ຽວກັບເລື່ອງນີ້ ທີ່ທ່ານ ດວງມະນີໂຄດ ຂຽນລົງວັນທີ 9/7/2010 ຄື:

ຕົວຢ່າງທີ 1 ເພິ່ນວ່າ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນັ້ນ ບໍ່ໃສ່ຍະຫວ່າງ ຖ້າໃສ່ແມ່ນຜິດ ແຕ່ຄວາມເຫັນຂອງຜູ້ຂ້າ ແມ່ນບໍ່ຜິດ ເພາະວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັ້ນ ມັນປະກອບມີ 4 ສັບດ້ວຍກັນຄື: 1 ສາທາຣະນະ ແປວ່າ ທົ່ວໄປ ຂອງທົ່ວໄປ ທີ່ທົ່ວໄປ ຂອງໝົດທຸກຄົນ ທີ່ໝົດທຸກຄົນ ໆລໆ 2 ຣັຖະ ແປວ່າ ເຂດແຄ້ວນ ແຜ່ນດິນໆລໆ 3 ປະຊາທິປະໄຕ ແປວ່າ ສິດເປັນເຈົ້າຂອງປະຊາຊົນ ສິດຂອງຄົນໃນຊາດ ໆລໆ 4 ປະຊາຊົນລາວ ແປວ່າ ຄົນລາວບັນດາເຜົ່າ ທີ່ຢູ່ໃນແຜ່ນດິນຕອນນີ້.

ຄວາມຈິງແລ້ວ ພາສາລາວເຮົາໃນປັດຈຸບັນ ເພິ່ນຂຽນຕາມພາສາເວົ້າ ຈຶ່ງທຽບກັບພາສາສາກົນບໍ່ໄດ້ ເຮັດໃຫ້ຄວາມໝາຍຜິດພ້ຽນໄປໝົດ ຫຼື ເປັນພາສາວິບັດ (ເສຍຫາຍ ສູນເສຍ) ຫຼື ເອີ້ນວ່າ ພາສາຕາຍ ກໍຖືກ.

ຕົວຢ່າງ: ເຮົາຂຽນວ່າ ລັດຖະບານ ແປວ່າ ລັດກິນ ຊອກກິນ ໆລໆ ເພາະວ່າ ລັດ ສັບນີ້ແປວ່າ ເຮັດໃຫ້ຊື່ ດັດໃຫ້ຊື່ ເດີນທາງລັດ ໆລໆ ຄຳວ່າ ບານ ແປວ່າ ແບອອກ ອ້າອອກ ຖ້າເປັນສັບບາລີ ບານະ ຫຼື ບານ ແປວ່າ ກິນ ຈຶ່ງແປວ່າ ລັດກິນ ລັດແບ ລັດກິນແບບເປີດເຜີຍ ໆລໆ.

ທີ່ຖືກຕ້ອງກໍຄື ຣັຖະບາລ ຄຳວ່າ ຣັຖະ ແປວ່າ ເຂດ ແຄ້ວນ ແຜ່ນດິນ ບາລະ ຫຼື ບາລ ແປວ່າ ຮັກສາ ປົກປ້ອງ ປ້ອງກັນ ຈຶ່ງໄດ້ໃຈຄວາມວ່າ ຜູ້ປົກປັກຮັກສາເຂດແຄ້ວນ ແດນດິນ ຜູ້ປົກປ້ອງຜືນແຜ່ນດິນ ຜູ້ປົກຄອງແຜ່ນດິນ ຫຼື ປົກຄອງປະຊາຊົນທີ່ຢູ່ໃນແຜ່ນດິນ ໆລໆ.

(ເຄື່ອງໝາຍ ໆລໆ = ອື່ນໆ)

ຕົວຢ່າງ: ສັບອື່ນໆທີ່ກ່ຽວເນື່ອງກັບພາສາປາລີ ສັນສະກຣິຕ ເຊັ່ນວ່າ:

"ວັດ" ແປວ່າ: ແທກ ຕວງ ປະມານ ທີ່ຢູ່ຂອງສົງ.

"ວັຕ" ແປວ່າ: ປ່ຽນແປງ ປີ້ນ ໝູນວຽນ ຫັນ ກັບໄປ ກັບມາ ຂໍ້ປະຕິບັດ ຄວາມປະພຶດ ໆລໆ.

"ວັທ" ແປວ່າ: ຄວາມຈະເລີນກ້າວໜ້າ ຍືນຍົງ ໝັ້ນຄົງ ກ້າວໄປ ໆລໆ.

"ວັຈ" ແປວ່າ: ຄວາມເວົ້າ ຄວາມວ່າ ຄວາມປາກ ເນື້ອຄວາມ ໃຈຄວາມທີ່ຈົດໄວ້ ໆລໆ.

"ວັຊ" ແປວ່າ: ແກ້ວວິຊຽນເພັດ ໆລໆ.

"ວັສ" ແປວ່າ: ຢູ່ ອາໄສ ພຳນັກ ໆລໆ.

ເຮົາຂຽນວ່າ: "ວັດທະນະທຳ" ແປວ່າດັ່ງນີ້: "ວັດ" ສະຖານທີ່ຢູ່ຂອງສົງ "ທະນະ" ແປວ່າ: ຊັບສົມບັດ ຂອງມີຄ່າ ໆລໆ "ທຳ" ແປວ່າ: ເຮັດ ທຳ ໆລໆ ຈຶ່ງມີຄວາມໝາຍວ່າ: ເຮັດຊັບສົມບັດຂອງສົງ (ວັດ) ຫຼື ທຳລາຍຊັບສົມບັດຂອງວັດ.

"ສັດ" ແປວ່າ: ສັດສ່ວນ ສັນທັດ ສັດຫຼາວ ສັດຫອກ ໆລໆ.

"ສັຕ" ແປວ່າ: ບູລຸດ ບຸກຄົນ ສັດສາວາສິ່ງ ເຊັ່ນ: ງົວ ຄວາຍ ເປັດ ໄກ່ ສິບ (10) ໆລໆ.

"ສັທ" ແປວ່າ: ຄວາມເຊື່ອໝັ້ນ ຄວາມເຫຼື້ອມໃສ ຄວາມຊາບຊື້ງ ຄວາມເຊື່ອຢ່າງຕາຍໃຈ.

"ສັຖ" ແປວ່າ: ເນື້ອໃນ ຂໍ້ຄວາມ ຖ້ອຍຄວາມ ໆລໆ.

"ສັຈ" ແປວ່າ: ຄວາມຈິງ ຄວາມຖືກຕ້ອງ ຄວາມແນ່ນອນ ໆລໆ.

"ສັຊ" ການເຮັດໃຫ້ກວ້າງ ເຜີຍແຜ່ ການຂະຫຍາຍໃຫ້ກວ້າງ.

ຖ້າຂຽນຕາມພາສາຂຽນແທ້ ຕ້ອງຂຽນວ່າ: "ວັທນະທັມ ຫຼື ວັທທະນະທັມ" ໂຕທຳອິດເຮົາບໍ່ໃສ່ສະຫຼະ (Xະ) ເພາະມັນເປັນສັບຄວບສອງແບບນີ້ ເຮົາຈະໃຊ້ແນວໃດກໍຖືກ.

"ວັທ" ແປວ່າ: ຄວາມຈະເລີນ ຄວາມພັດທະນາ ຄວາມກ້າວໜ້າ ໆລໆ.

"ທະນະ" ແປວ່າ: ຊັບສົມບັດ ຂອງມີຄ່າ ໆລໆ.

"ທັມ" ແປວ່າ: ສິ່ງທີ່ຊົງໄວ້ ສິ່ງທີ່ຕັ້ງໄວ້ ຄົງຢູ່ ຕັ້ງຢູ່ແລ້ວ ໆລໆ ຈຶ່ງມີຄວາມໝາຍວ່າ: ຄົງໄວ້ ຊຶ່ງຄຸນຄ່າແຫ່ງຄວາມຈະເລີນກ້າວໜ້າ.

"ກະຊວງວັທນະທັມ" ແມ່ນກະຊວງທີ່ຄົງໄວ້ຊຶ່ງຄຸນຄ່າ ແຫ່ງຄວາມຈະເລີນກ້າວໜ້າ.

ພາສາລາວ ຫຼື ພາສາອື່ນ ຕ້ອງມີຄວາມໝາຍທັງໃນໂຕ ແລະ ນອກໂຕຂອງມັນ ຜູ້ໃດ ຫຼື ຊາດໃດກໍຕາມ ທີ່ໃຊ້ພາສາຢ່າງມີຄວາມໝາຍ ແລະ ຖືກຕ້ອງແລ້ວ ຊາດນັ້ນ ຈະມີວັດທະນະທຳໂດດເດັ່ນ ແລະ ສວຍງາມທີ່ສຸດ ເພາະວ່າພາສາ "ເປັນວັດທະນະທຳອັນຍອດຍິ່ງ ຂອງມວນມະນຸດຊາດ".

ອີກອັນໜຶ່ງ ຜູ້ຂ້າຢາກປຽບທຽບພາສາລາວ ກັບພາສາສາກົນ ຄື: ພາສາອັງກິດ Grand ເຊັ່ນ: ອ່ານວ່າ ແກຣນດ໌ ແປວ່າ: ໃຫຍ່ຫຼວງ ໃຫຍ່ໂຕມະຫຶມາ ລວມຍອດ ສະຫຼຸບ ງົດງາມ ສະຫງ່າ ຜ່າເຜີຍ ໂອ່ໂຖງ.

Grant ອ່ານວ່າ: ແກຣນທ໌ ແປວ່າ: ອະນຸຍາດ ຍອມໃຫ້ ຍອມຮັບ ຍອມຊ່ວຍເຫຼືອ...

ສອງສັບນີ້ ເມື່ອຂຽນເປັນພາສາລາວ ຕ້ອງຂຽນໃຫ້ຖືກຕ້ອງກັບພາສາຂອງເຂົາ ແລ້ວເຮົາຈະເຫັນວ່າ ສອງສັບນີ້ອ່ານຄືກັນ ແຕ່ລົງທ້າຍດ້ວຍ ຕົວສະກົດຕ່າງກັນ ຄວາມໝາຍກໍຕ່າງກັນ ຢ່າງສິ້ນເຊີງ.

Heart ອ່ານວ່າ ຮາຣຕ໌ ແປວ່າ: ຫົວໃຈ ແກ່ນກາງ ໄສ້ໃຈກາງ ໃຈຄໍ ນ້ຳໃສໃຈຈິງ ຄວາມກ້າ ຄວາມຮູ້ສຶກ ຄວາມຮັກ ໆລໆ.

Hearth ອ່ານວ່າ: ຮາຣທ໌ ແປວ່າ: ພື້ນທີ່ຕັ້ງເຕົາໄຟ ເຕົາໄຟ ເຕົາເພີງ ໆລໆ.

Hard ອ່ານວ່າ: ຮາຣດ໌ ແປວ່າ: ແໜ້ນ ແຂງ ນັກ ລຳບາກ ກາກກຳ ໆລໆ.

Hart ອ່ານວ່າ: ຮາຣຕ໌ ແປວ່າ: ກວາງຕົວຜູ້.

ເຮົາຈະເຫັນວ່າ ສີ່ສັບນີ້ອ່ານຄືກັນ ແຕ່ສະກົດຕ່າງກັນ ຄວາມໝາຍກໍຕ່າງກັນ ຢ່າງສິ້ນເຊີງ.

Lash ອ່ານວ່າ ແລຊ໌ ແປວ່າ: ໄມ້ແສ້ຕີ ຕີ ຂ້ຽນ ດ່າ ຟາດ ທຸບ ກະທົບ ໆລໆ.

Lass ອ່ານວ່າ: ແລສ໌ ແປວ່າ: ຍິງສາວ ຍິງຄູ່ຮັກ ນ້ອງສາວ ໆລໆ.

Latch ອ່ານວ່າ: ແລທຈ໌ ແປວ່າ: ໄລກອນ ໃສ່ກະແຈ ປິດກະແຈ ໃສ່ໄລກອນ ໆລໆ.

ຂໍຍົກຕົວຢ່າງ: ຕົວສະກົດໃນພາສາລາວ ເພື່ອໃຫ້ສອດຄ່ອງກັບພາສາສາກົນຄື: ໂຕ ກ ເຮົາໃຊ້ໂຕ ຂ ແລະ ຄ ແທນໄດ້ =K =KH,G, GH, C, CH, X, XH.

ໂຕ ດ ເຮົາໃຊ້ໂຕ ຕ ຖ ທ ຈ ສ ແລະ ຊ ແທນໄດ້ =D =DH, T, TH, J, S, SH, CH, Z, ZH.

ໂຕ ນ ເຮົາໃຊ້ໂຕ ລ ແລະ ຣ ແທນໄດ້ =N =L, R.

ໂຕ ບ ເຮົາໃຊ້ໂຕ ປ ຜ ຝ ພ ຟ ແທນໄດ້ =B =P, PH, F, FH, V, VH.

ເມື່ອເຫັນເປັນເຊັ່ນນີ້ແລ້ວ ຂ້າພະເຈົ້າຍິ່ງມີຄວາມວິຕົກກັງວົນຫຼາຍ ຍັງໄດ້ຍິນຄົນລາວເຮົາບາງທ່ານ ເວົ້າວ່າ: ພາສາລາວເປັນພາສາ Update ແຕ່ຂ້າພະເຈົ້າຄິດວ່າ ພາສາລາວ Down outຫຼາຍກ່ວາ ຈຶ່ງຂໍເຕືອນວ່າ: ຄົນທີ່ຜິດ ແລ້ວວ່າຕົນເອງຖືກນັ້ນ ເປັນຄົນຜິດພາດທີ່ສຸດ ແລະ ຄົນທີ່ຜິດແລ້ວ ຮູ້ຕົນເອງວ່າຜິດນັ້ນ ກຳລັງຈະເປັນຄົນດີຄືນມາ ແລະ ຄົນທີ່ຖືກແລ້ວ ວ່າຕົນເອງຍັງຜິດຢູ່ ຖືວ່າເປັນຄົນສະຫຼາດຫຼາຍທີ່ສຸດ.

ຕາມຄວາມຈິງທາງວິທະຍາສາດແລ້ວ ພາສາຂອງທຸກໆຊາດ ຍ່ອມມີສອງພາສາຄື: ພາສາເວົ້າ ແລະ ພາສາຂຽນ ພາສາເວົ້າ ເປັນພາສາທີ່ເກີດຂຶ້ນກ່ອນ ໂດຍບໍ່ມີຫຼັກໄວຍາກອນຄວບຄຸມ ຈະເວົ້າແບບໃດ ຫຼື ແນວໃດ ກໍໄດ້ຂໍໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນ ສ່ວນພາສາຂຽນນັ້ນ ເກີດຂຶ້ນທີຫຼັງ ຕ້ອງມີຫຼັກໄວຍາກອນຄວບຄຸມ ຢ່າງຄັກແນ່ ແລະ ຕ້ອງມີຄວາມໝາຍໃນຕົວ ດັ່ງທີ່ຍົກຕົວຢ່າງມາຂ້າງເທິງດ້ວຍ.

ຕົວຢ່າງທີ 2: ຂີ້ເຫຍື້ອ ເພິ່ນວ່າຜິດ ແຕ່ຂ້າພະເຈົ້າວ່າ ບໍ່ຜິດ ເພາະວ່າມັນແມ່ນພາສາລາວແທ້ໆ ຖ້າເຮົາຈະແປເປັນ ພາສາລາວອີກເທື່ອໜຶ່ງ ກໍໝາຍຄວາມວ່າ ແມ່ນເສດເຄື່ອງຂອງ ຫຼື ເສດວັດຖຸອຸປະໂພກ ບໍລິໂພກ ທີ່ເຮົາໃຊ້ແລ້ວ ຊຶ່ງປະກອບມີສອງສັບຄື: ຂີ້ ແລະ ເຫຍື້ອ ຂີ້ ຄືສ່ວນເກີນຂອງຄົນ ແລະ ສັດ ຫຼື ອື່ນໆ ສ່ວນ ເຫຍື້ອ ໝາຍເຖິງຝອຍ ຫຼື ສິ່ງເສດເຫຼືອທີ່ຮົກເຮື້ອ ຢູ່ໃນສະຖານທີ່ໃດໜຶ່ງ ເລື່ອງຈະໃຊ້ໄມ້ເອກ ຫຼື ໂທ ນັ້ນ ມັນເປັນສຳນຽງທ້ອງຖິ່ນ ຊຶ່ງບໍ່ກ່ຽວກັບຫຼັກໄວຍາກອນ ເພາະຫຼັກໄວຍາກອນ ກຳນົດໃຫ້ໃສ່ໄມ້ເອກ ໂທ ຕີ ຈັດຕະວາ ໄມ້ກົງ ແລະ ໄມ້ກັນ ໃຫ້ຖືກບ່ອນ ກໍຖືວ່າຖືກຫຼັກແລ້ວ.

ສ່ວນວ່າ: ເຫຍື່ອ ໃນຄຳເຫັນຂອງຂ້າພະເຈົ້າ ໝາຍເຖິງອາຫານສຳລັບຄົນ ສັດ ພືດ ສິ່ງຍົ່ວຍວນໃຈ ຫຼື ຫຼໍ່ລວງໃຈ ແລະ ອື່ນໆ ເຊັ່ນ: ເຫຍື່ອປາ ສຳລັບຕຶກເບັດ ເຫຍື່ອອ່ອຍປາ ເອົາຜູ້ສາວມາເປັນເຫຍື່ອ ລໍ້ລວງໃຈຜູ້ຊາຍ ເຄື່ອງປຸງອາຫານສຳລັບຄົນ ເຊັ່ນ: ພັກມີ່ຊີ່ໃບ ກໍເອີ້ນວ່າເຫຍື່ອໄດ້.

ຂ້າພະເຈົ້າ ຢາກໃຫ້ມີການພັດທະນາພາສາລາວ ໃຫ້ອຸດົມສົມບູນ ທຽບເທົ່າກັບສາກົນໃຫ້ໄດ້ ໂດຍຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເຊັ່ນ: ກະຊວງສຶກສາທິການ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ອົງການພຸທສາສນາສຳພັນແຫ່ງປະເທດລາວ ມະຫາວິທະຍາໄລແຫ່ງຊາດ ແລະ ສະພາແຫ່ງຊາດ ຫຼື ສຳນັກງານນາຍົກລັດຖະມົນຕີ ຫຼື ສຳນັກງານປະທານປະເທດ ຈັດຕັ້ງສະພາບັນດິດ ຂຶ້ນມາເພື່ອຄົ້ນຄ້ວາແກ້ໄຂ ປັດຈຸບັນນີ້ ການສຶກສາ ໄດ້ຂະຫຍາຍຕົວແລ້ວ ເພາະສະນັ້ນ ບໍ່ຕ້ອງຢ້ານວ່າ ຄົນລາວເຮົາຊິອ່ານບໍ່ອອກ ຂຽນບໍ່ໄດ້ ຄືແຕ່ກ່ອນ.

ຂອບໃຈ ! ໂຈະໄວ້ເທົ່ານີ້ກ່ອນ ຂໍອະໄພໃນຄວາມຜິດພາດ

ທີ່ ນວຈ ວັນທີ 13/7/2010

by Somchit..

__________________
Speak-out

Date:
Permalink   

Anonymous wrote:

Brother, Oh brother. Don't you know, Ever sine the PDR government toke over the Country. they do and run the way they want it to run even changed the way we've talked and written as we all know. As matter fact, i don't think the kids were borned after 75 knew what you were talking about, Maybe to some..

__________________
Anonymous

Date:
Permalink   

I was born before 75 and I agree with you on most part, but I never heard of a word

" ແຄ້ວນ " I only heard of the word " ແຂວງ " as in ແຂວງຈຳປາສັກ

__________________
Anonymous

Date:
Permalink   

I think ແຄ້ວນ is bigger than ແຂວງ. Example: ແຄວ້ນອີສານ means ທຸກໆແຂວງພາກອີສານຮວມກັນ.

__________________
Anonymous

Date:
Permalink   

ຢາກຂໍຖາມເພິ່ນນີ້ (ສົມຈິດ) ອາຍຸເທົ່າໃດນໍ້?

__________________

Guru

Status: Offline
Posts: 596
Date:
Permalink   

Mr. somchit, I think you are losing your time about lao language , we have lost it too long time, some lao language researcher even said that the vovel " R " do not exist in the lao language , see where we are going ? every thing is upside down.

__________________
Anonymous

Date:
Permalink   

chiip wrote:

ເພິ່ນອະນຸຍາດໃຫ້ໃຊ້ຕົວ ຣ ດົນແລ້ວ, ໃຊ້ກັບຊື່ແລະຄໍາສັບສາກົນເທົ່ານັ້ນ.

Laotians who were born before 1975 are still using vowel sound " R " or ຕົວ " ຣ " in some part of Lao language as fallow: ສຸພາບສັດຕຣີ,ກະຣຸນນາ,ມິດໄມຕຣີ, and ລັດຖະມົນຕຣີ instead of ລັດຖະມົນຕີ as LPDR pronounced it .

ຂ້ອຍຄິດວ່າຕົວ ຣ ເປັນພະຍັນຊະນະ(consonant). ຄົນຮຸ້ນເກົ່າຈະໃຊ້ຕົວ ຣ ໃນພາສາຂຽນ ພາສາເວົ້າບໍ່ຄ່ອຍໃຊ້.

ຄົນລຸ້ນເກົ່າບໍ່ແມ່ນຄົນຮຸ້ນເກົ່າເດີ້.
ຮຸ້ນຫມາຍຄວາມວ່າຮຸ້ນຊ່ວນແບບເຂົ້າຮຸ້ນຊ່ວນຕັ້ງເສດຖະກິດ

__________________
Anonymous

Date:
Permalink   

Anonymous wrote:ຄົນລຸ້ນເກົ່າບໍ່ແມ່ນຄົນຮຸ້ນເກົ່າເດີ້.

ຂອບໃຈເດີທີ່ແນະນໍາໃຫ້ຮູ້, ທ້ອງຖິ່ນບັງເຢາະພວກຂ້ອຍມັກເວົ້້າວ່າຮຸ້ນຊັ້ນດອກຂ້ອຍກະເລີຍຂຽນຕາມສຽງ. ຫຸ້ນສ່ວນກັບຮຸ້ນສ່ວນກັບຮຸ້ນຊ່ວນ ອັນໃດ໋ຖືກແທ້? ຊ່ອຍບອກອີກແດ່, ຂອບໃຈລ່ວງໜ້າ.

ຮູ້ນສ່ວນ
ບໍ່ເປັນຫຍັງດອກເດີ້ ບາງເທື່ອຂ້ອຍເອງອາດຈະຄຶດບໍ່ທັນຄືລາວເຮົາມີຫຼາຍເຜົ່າ ຕ່າງເຜົ່າຕ່າງສຳນຽງຕ່າງຄວາມເວົ້າແມ່ນບໍ່? ຂ້ອຍເອງແທ້ແມ່ນຄົນວຽງຈັນມາໃຫ່ຽຢູ່ USA ພີ້ລາງເທື່ອຂ້ອຍເອງກະງົງນຳພາສາລາວບໍ່ວ່າໃນການຂຽນອ່ານຫຼືຄວາມເວົ້າ.smile

Hey Guys,

Let's vote Ai Somchith for LPDR Education Secretary.

__________________
Anonymous

Date:
Permalink   

ຫຸ້ນ ຂຽນແບບໄທ ຮຸ້ນ ຂຽນແບບລາວ ສ່ວນ ບໍ່ແມ່ນ ຊ່ວນ ຮຸ້ນສ່ວນ ຂຽນແບບລາວ ຫຸ້ນສ່ວນ ຂຽນແບບໄທ ເນິ້ຂນ້ອຍ

__________________
Anonymous

Date:
Permalink   

This topic make a lot of sense thanks for posting, before 1975 Lao language was very beautiful language, nice, soft, respectful, and after Communist government took over they changed every things now Lao language is not nice ,disrespects, not matter how high education they have but still talking like people from jungle!

__________________
Anonymous

Date:
Permalink   

   biggrinbiggrinbiggrinbiggrinbiggrin my comp. doesn't read Lao script

__________________
Anonymous

Date:
Permalink   

Anonymous wrote:

ຫຸ້ນ ຂຽນແບບໄທ ຮຸ້ນ ຂຽນແບບລາວ ສ່ວນ ບໍ່ແມ່ນ ຊ່ວນ ຮຸ້ນສ່ວນ ຂຽນແບບລາວ ຫຸ້ນສ່ວນ ຂຽນແບບໄທ ເນິ້ຂນ້ອຍ

ຂອບໃຈຫຼາຍແລະຂໍຍ້ອງຍໍສັນລະເສີນທີ່ທ່ານມີຄວາມສຳນານໃນພາສາລາວຫຼາຍ
ທີ່ສຸດປະກົດວ່າ. ຈົ່ງຈະເລີນໆໆໆsmile

__________________
Anonymous

Date:
Permalink   

ຜູ່ຂ້າຂໍຍ້ອງຍໍໃນຄວາມຫວັງດີແລະນໍ້າໃຈກ້າຫານຂອງທ່ານສົມຄິດ.

__________________

Senior Member

Status: Offline
Posts: 194
Date:
Permalink   

Lao language is used to be a beautiful nice and politeness language at the past but now after communist regim took over is like the language from the jungle infers un education language!  
 
No wonder why some people shaming to be Lao call them self thai, speaking thai and no  wonder why some Thai used the word Lao meaning stupid. 

__________________

Senior Member

Status: Offline
Posts: 194
Date:
Permalink   

AI somechith he is good to be Education ministry, will make Lao language to be beautiful language one more time!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us

Create your own FREE Forum
Report Abuse
Powered by ActiveBoard