Members Login
Username 
 
Password 
    Remember Me  
Post Info TOPIC: Sam on Pasaxon newspaper !
Anonymous

Date:
Sam on Pasaxon newspaper !
Permalink   




ຖ້າດົນຕີຄືສຳຜັດທຳອິດ ຂອງເນື້ອເພງສຽງຮ້ອງຂອງຜູ້ຊາຍຄົນນີ້ ຈະເຮັດໃຫ້ທ່ານເຂົ້າເຖິງ ຄວາມຫມາຍອາລົມເພງ ໄດ້ດີທີ່ສຸດຄ້າຍເພງອິນດີ້ເລັກຂອດ ໄດ້ປ່ອຍອາລະບ້ຳໃຫມ່ອອກມາ ນັ້ນ ກໍຄືອາລະບ້ຳຂອງ " ແຊມ " ອາລະບ້ຳເຕັມແລະອາລະບ້ຳຊຸດທຳອິດຂອງຊມ. ສິລະປິນ ຫນຸ່ມທີ່ມີຄວາມສາມາດຫລາຍໆຢ່າງສຳລັບແຊມບໍ່ແມ່ນເລື່ອງບັງເອີນທີ່ໄດ້ເປັນນັກຮ້ອງ.ແຊມ ມັກການຮ້ອງເພງມາແຕ່ຕອນທີ່ເຂົາຮຽນຢູ່ຊັ້ນປະຖົມ. ເຂົາໄດ້ຝຶກຮ້ອງ ນັບແຕ່ນັ້ນເປັນຕົ້ນມາ ເຂົາມີຄວາມຝັນຢາກເປັນນັກຮ້ອງ. ຍ້ອນແນວນັ້ນ ແຊມກໍໄດ້ເລືອກຮຽກສາຍດົນຕີຢູ່ທີ່ປະເທດ ອົສຕຣາລີ ປະຈຸບັນນີ້ ແຊມ ແມ່ນຮຽນຈົບປະລິນຍາຕີຈາກອົສຕຣາລີ.

   ຕອນສະໄຫມຮຽນຢູ່ຊັ້ນມັດທະຍົມທີ່ປະເທດອົສສຕຣາລີ ເຂົາໄດ້ຮັບລາງວັນທີ 1 ໃນວິຊາ ດົນຕີ ປີ 2000. ແຊມ ເປັນຜູ້ທີ່ມີຄວາມສາມາດໃນການຫລິ້ນດົນຕີ ເຊັ່ນ: ຕີກອງ, ດີດກີຕາ, ລີມິກດົນຕີ, ແຕ່ງທຳນອງເພງ, ແຕ່ງເພງ. ໃນອາລະບ້ຳຂອງແຊມນີ້ເພງທຸກເພງແຊມເປັນຄົນ ແຕ່ງທັງຫມົດ ບໍ່ວ່າຈະເປັນການຂຽນເນື້ອຮ້ອງ, ທຳນອງເຮັດເອງທັງຫມົດ. ໂດຍໃຊ້ເວລາ 2 ປີກວ່າໃນໄລຍະນັ້ນ ແຊມ ຕັ້ງໃຈຫລາຍ ແລະ ທຸ້ມເທ ເວລາທີ່ມີຢູ່ທັງຫມົດໃຫ້ກັບການແຕ່ງ ເພງ. ແຊມ ເຜີຍວ່າ: ເຄີຍມີຄວາມຮູ້ສຶກເມື່ອຍໃຈຄືກັນວ່າ ເປັນຫຍັງອາລະບ້ຳນີ້ຄືບໍ່ແລ້ວຈັກ ເທື່ອບໍ່ໄດ້ຕາມທີ່ເຮົາຕ້ອງການ. ແຕ່ວ່າກໍຍັງມີແຮງຈູງໃຈນັ້ນກໍຄືຄວາມຝັນຂອງແຊມ ແລະ ກໍ ມີຄົນມາຊ່ວຍເຮັດອາລະບ້ຳນີ້. ຖືວ່າເປັນກຳລັງໃຈທີ່ດີເຮັດໃຫ້ແຊມອົດທົນ ແລະຢາກຈະເຮັດ ມັນຕໍ່ໄປເວລາທີ່ຮູ້ສຶກເມື່ອຍແທ້ໆແຊມ ກໍຈະມັກອ່ານປຶ້ມທີ່ກ່ຽວກັບດົນຕີມັກ ອ່ານຫລາຍທີ່ສຸດ ຄື: ປຶ້ມກີຕາ, ໂນດ, ກີຕາ, ປຶ້ມກອງ. ເພາະຂອງສິ່ງນີ້ ເປັນຂອງຮັກຂອງຫວງແລະເປັນຂອງ ສະສົມຂອງແຊມ ນີ້ຄືສິ່ງຫນຶ່ງທີ່ເຮັດໃຫ້ແຊມ ມີກຳລັງໃຈຢາກເຮັດອາລະບ້ຳໃຫ້ແລ້ວໄວໆ.

   ທຸກໆຂັ້ນຕອນໃນການເຮັດວຽກ ໃນອາລະບ້ຳນີ້ ສ່ວນຫລາຍແມ່ນຈະເຮັດຢູ່ທີ່ເຮືອນຂອງ ແຊມ ເພາະແຊມມີຫ້ອງສະຕູດີໂອທີ່ໃຊ້ແຕ່ງເພງ, ແຕ່ງດົນຕີຮຽບຮຽງທຸກຢ່າງສ່ວນ ແຮງບັນ ດານໃຈໃນການແຕ່ງເພງ ນັ້ນເຂົາໄດ້ມາຈາກປະສົບການຊີວິດຂອງຕົນເອງ. ເພງສ່ວນຫລາຍ ແມ່ນຈະເວົ້າເຖິງຄວາມຮັກເປັນສ່ວນຫລາຍ. ເພງເປີດຕົວເພງທຳອິດທີ່ໄດ້ປ່ອຍໄປທາງໂທລະ ພາບທຸກຊ່ອງຂອງລາວ ແລະຕາມຄື້ນວິທະຍຸ ຊື່ເພງວ່າ "ເປັນຫຍັງຕໍ່ ກັນ" ເຊິ່ງໄດ້ນາງເອກ ຫນ້າໃສສຽງຫວານມາຫລິ້ນມິວສິກວີດີໂອກໍຄື VJ ແອນນີຕ້າ" ພິທີກອນດຳເນີນລາຍການໂທ ລະໂຄ່ງອອກອາກາດຊ່ອງລາວສະຕາແຊນແນວ. ທີ່ຫລິ້ນມິວສິກວີດີໂອເພງ"ເວົ້າ ບ້າໆ" ຂອງ ນາລິນສິລະປິນສາວ ຮ່ວມຄ້າຍດຽວກັນທີ່ກຳລັງໂດ່ງດັງຢູ່ໃນປະຈຸບັນນີ້.

   ປະຈຸບັນນີ້ເພງຂອງແຊມກໍກຳລັງໄດ້ຮັບຄວາມນິຍົມຕາມວິທະຍຸບ້ານເຮົາ ແລະທາງໂທລະ ພາບ. ສ່ວນເພງທີ 2 ທີ່ ຈະປ່ອຍອອກມາຕາມຫລັງຄື ເພງ "ບອກໃຫ້ຂ້ອຍຮູ້" ຄວາມພິເສດ ຂອງເພງນີ້ ຈະມີແຂກຮັບເຊີນມາຮ້ອງຄື"ອາເລັກ L.O.G "ແຊມກ່າວອີກວ່າ: ຕົນເອງປຽບຄື ຫມາກກະໂພກສ່ວນອາເລັກປຽບຄືໄຟ ເມື່ອສອງຄົນມາປະທະກັນ ຈິ່ງເຮັດໃຫ້ແຕກເກີດມີສຽງ ດັງ. ຈິ່ງເຮັດໃຫ້ເພງນີ້ລົງຕົວ. ມີທັງແນວເພງປ໋ອບ ແລະຮິບຫ໋ອບປະສົມກັນຢູ່ໃນເພງນີ້. ຜົນ ງານທຳອິດທີ່ສ້າງຊື່ສຽງ ໃຫ້ກັບແຊມແມ່ນການໄດ້ຂຶ້ນໄປຮ້ອງເພງປະກອບ " ມີດສ໌ລັກ " ປີ 2006 ທີ່ເຮັດໃຫ້ເຂົາເປັນທີ່ຮູ້ຈັກຂອງຄົນຫລາຍໆຄົນ.

   ອາລະບ້ຳຂອງ ແຊມ ເລີ່ມອອກຂາຍວາງຈຳຫນ່າຍທົ່ວປະເທດ ແຕ່ວັນທີ 19 ມັງກອນທີ່ ຜ່ານມາ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard