Members Login
Username 
 
Password 
    Remember Me  
Post Info TOPIC: Special report Airasia concert in Vientiane
Anonymous

Date:
Special report Airasia concert in Vientiane
Permalink   




Here goes the news...sorry only in Lao language.

ສາຍການບິນແອເອເຊຍ ໄດ້ຈັດງານຟີຄອນເສີດຂຶ້ນ ຢູ່ທີ່ເດີ່ນແຄມຂອງຂ້າງ ຮ້ານແມ່ຂອງ ເດັກ ມີຜູ້ເຂົ້າຊົມຫລາຍຮ້ອຍຄົນ. ພິທີກອນດຳເນີນລາຍການເທິງເວທີຝ່າຍຍິງແມ່ນ DJ ຕິກ ສາວງາມສຽງດີ ຖືໄດ້ວ່າເປັນ DJ ຍອດນິຍົມຂອງສາວກໍວ່າໄດ້. ສ່ວນຝ່າຍຊາຍນັ້ນເຮົາກໍຄຸ້ນ ຫນ້າຄຸ້ນຕາກັນດີເຂົາຄື "ເອກ" ຫນຶ່ງໃນສະມາຊິກວົງ "ໂອເວີແດນຊ໌" ຮັບຫນ້າທີ່ດຳເນີນລາຍ ການແຕ່ຕົ້ນຈົນຈົບ.

ງານໄດ້ເລີ່ມຂຶ້ນໃນເວລາ 20 ໂມງ ໂດຍເລີ່ມທີ່ສິລະປິນຄົນທຳອິດມີນາມວ່າ "ສຸກ" ເປັນ ນັກຮ້ອງຫນ້າໃຫມ່ ເປັນຫນຸ່ມຫນ້າໃສມາຮ້ອງເພງ "ຄຳຖາມໃນໃຈ" ກໍໄດ້ຮັບສຽງຕົບມື, ສຽງ ຮ້ອງຢອກຈາກສາວໆທັງສາວແທ້ ແລະສາວທຽມ. ສຸກໄດ້ກ່າວຄວາມຮູ້ສຶກການຂຶ້ນຄອນເສີດ ຄັ້ງທຳອິດໃນຊີວິດວ່າ "ຂ້ອຍຮູ້ສຶກດີໃຈຫລາຍ, ຕື່ນເຕັ້ນມືສັ່ນຂາສັ່ນ. ແຕ່ມີສິ່ງຫນຶ່ງທີ່ຢູ່ໃນໃຈ ຂອງຂ້ອຍເຊິ່ງມັນເປັນຄວາມຝັນຂອງຂ້ອຍນັ້ນກໍຄືການຮ້ອງເພງ ເພື່ອມອບຄວາມມ່ວນຊື່ນໃຫ້ ຜູ້ທີ່ມາຊົມຄອນເສີດໃນຄັ້ງນີ້. ຕໍ່ຈາກນັ້ນພິທີກອນກໍພາຫລິ້ນເກມ ແຈກເສື້ອຍືດຂອງສາຍການ ບິນແອເອເຊຍ ຈຳນວນ 5 ຜືນ ແລະມີສິລະປິນຕໍ່ໄປເປັນສາວນ້ອຍສຽງດີ "ນາລິນ" ມາຮ້ອງ ເພງ"ເວົ້າບ້າໆ" ເພງນີ້ກຳລັງ ໄດ້ຮັບຄວາມນິຍົມຫລາຍໃນກຸ່ມໄວຫນຸ່ມ. ເປັນເພງທີ່ຖືກຂໍເຂົ້າ ມາຫລາຍທີ່ສຸດ ແລະເປັນເພງທີ່ຫລິ້ນອອກອາກາດຫລາຍທີ່ສຸດຕາມວິທະຍຸ ແລະໂທລະພາບ ໃນມິວສິກເພງນີ້.ຫລາຍຄົນທີ່ໄດ້ຊົມເຂົາເຈົ້າກໍຍ້ອງວ່າ: ເພງກໍມ່ວນມິວສິກວີດີໂອກໍຄັກ. ໂດຍ ໄດ້ 3 ນັກສະແດງຄື VJແອນນີຕາ ສາວນ້ອຍຫນ້າໃສພິທີກອນລາຍການໂທລະໂຄ່ງທີ່ອອກ ອາກາດທາງຊ່ອງລາວສະຕາແຊນແນລ ສ່ວນອີກຫນຶ່ງລາວເຄີຍຖ່າຍມິວສິກເປັນນາງເອກເພງ Mr ຫີນສົ້ມ 2 ຂອງວົງໂອ ເວີແດນຊ໌ ແລະ ສ່ວນຝ່າຍຊາຍ ນັ້ນເປັນຫນຸ່ມຫນ້າຕີ໋ ທີ່ມາຮ່ວມ ປະຊັນບົດບາດກັນໃນເພງນີ້. ຍ້ອນແນວນັ້ນ ຈິ່ງເຮັດໃຫ້ອາລະບ້ຳ ຂອງນາລິນເປັນອີກອາລະ ບ້ຳຫນຶ່ງທີ່ຂາຍດີໃນຕອນນີ້.

ຫລັງຈາກນັ້ນ ສາຍການບິນແອເອເຊຍ ໄດ້ມາແຈກຂອງລາງວັນ ແລະລາງວັນໃຫຍ່ປີ້ຍົນ ໄປກັບ 4 ມື້ 3 ຄືນ 1 ລາງວັນ ໃຫ້ກັບຜູ້ທີ່ຂຶ້ນໄປຕອບຄຳຖາມ ຫລິ້ນເກມ. ຫລັງຈາກຫລິ້ນ ເກມແລ້ວກໍເຖິງເວລາ ຂອງສາມສາວວົງ " ພິງເຊັດ" ທີ່ຫນຸ່ມຄອງຄອຍທັງ 3 ສາວ ອອກມາ ເຕັ້ນສະບັດໄປມາຈາກອາກາດທີ່ເຢັນໆ ເຮັດໃຫ້ຫນຸ່ມໆ ຮູ້ສຶກຮ້ອນໄປຕາມໆກັນໃນເພງ "ລະ ລາຍ" ຫົວໃຈຂອງຫນຸ່ມນ້ອຍຫນຸ່ມໃຫຍ່ທັງຄົນລາວ ແລະຄົນຕ່າງປະເທດເກືອລະລາຍໄປກັບ 3 ສາວພິງເຊັດ. ກ່ອນທີ່ພວກເຂົາຈະລົງຈາກເວທີໄປພວກເຂົາຍັງໄດ້ກ່າວຢອກ ຄຳຫວານຖິ້ມ ທ້າຍວ່າ" ແຟນເພງຂອງ ພິງເຊັດ ຫນ້າຮັກຫລາຍພວກເຮົາຈະຕັ້ງໃຈເຮັດເພງທີ່ມີຄຸນນະພາບ ອອກມາເຮົາຢາກສ້າງຄວາມມ່ວນຊື່ນໃຫ້ຜູ້ທີ່ໄດ້ຟັງເພງຂອງພວກເຮົາ. ຫວັງວ່າແຟນເພງຄືຊິ ບໍ່ລືມພວກເຮົາ"

ແລ້ວມາຕໍ່ກັນກັບວົງ "ພິງກິ ດໍ" ພວກເຂົາຂຶ້ນມາຮ້ອງເຊິ່ງເປັນເພງເປີດຕົວ ອາລະບ້ຳຄື ເພງ" ທ້າວ ທອງໃສ" ໃຫ້ແຟນເພງໄດ້ເຕັ້ນກັນ ແລະວົງສຸດວົງ "L.O.G " ກໍໄດ້ຂົນເພງດັງ ຂອງຕົນບໍ່ວ່າຈະເປັນເພງ " ອີ່ຫຍັງກະໄດ້ " ເພງແຟນເຜີ " ແລະອີກຫລາຍເພງບັນຍາກາດ ຄຶກຄື້ນມ່ວນຊື່ນແລ້ວພິທີກອນທັງສອງຂຶ້ນມາກ່າວປິດງານ

Source: ecom

__________________
Anonymous

Date:
Permalink   

Ting took MV in malaysia also. They're approching Lao market. So Lao also should approch another country too by toursm, culture, entertainment...to show them the real Laos

__________________
Anonymous

Date:
Permalink   

approach, not approch.

__________________
Anonymous

Date:
Permalink   


The stage


Mr. Sam


Punky doll


L.O.G



biggrinbiggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard