Members Login
Username 
 
Password 
    Remember Me  
Post Info TOPIC: Lao students and beer shop
Anonymous

Date:
Lao students and beer shop
Permalink   




ຫວ່າງບໍ່ດົນມານີ້ ໄດ້ໄປນັ່ງດື່ມກາເຟຮ້ານນ້ອຍເຈົ້າເກົ່າບັງເອີນ ໄປຍິນສຽງຊຸບຊິບຂອງສະ ພາກາເຟຂາປະຈຳຮ້ານນ້ອຍວ່າ: ອຸກໃຈນຳນັກຮຽນ-ນັກສຶກສາ ນຸ່ງເຄື່ອງໃນຊຸດຮຽນເຂົ້າຮ້ານ ເບຍ, ຮ້ານນ້ອຍ, ເທັກບາ, ນຸ່ງຫົ່ມສັ້ນ ໃຊ້ເງິນຟຸມເຟືອຍໃນສິ່ງມືນເມົາຫລາຍ ຈົນເກີນຂອບ ເຂດ ນັບມື້ນັບຫລາຍເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະຍາມຮຽນ ແລະ ຫລັງເລີກຮຽນຍ້ອນວ່າ ການຕະຫລາດຂອງເຈົ້າຂອງຮ້ານ ເພິ່ນເລັ່ງໃສ່ໄວຫນຸ່ມເປັນສ່ວນຫລາຍ ຫລື ຕັ້ງຮ້ານບ່ອນທີ່ ແທດເຫມາະກັບສະຖານທີ່ໂຮງຮຽນເປັນຕົ້ນແມ່ນເຂດດົງໂດກ, ຖະຫນົນເຕ 4ແລະເຂດອື່ນໆ. ບໍ່ຮູ້ຊິແກ້ໄຂບັນຫານີ້ໄດ້ແນວໃດ?ທັງທີ່ໄລຍະຜ່ານມາ, ລັດຖະບານເຮົາກໍໄດ້ວາງລະບຽບກ່ຽວ ກັບບັນຫານີ້ແລ້ວເຊັ່ນ: ບໍ່ໃຫ້ນັກຮຽນນຸ່ງເຄື່ອງຂາວເຂົ້າຮ້ານເບຍ, ບໍ່ໃຫ້ຜູ້ທີ່ມີອາຍຸບໍ່ຮອດ 18 ປີເຂົ້າຮ້ານເບຍ ແລະ ບໍ່ໃຫ້ເປີດເພງຕ່າງ ປະເທດຫລາຍກວ່າເພງລາວ ແບບນີ້ເປັນຕົ້ນ ເຊິ່ງ ໄລຍະທຳອິດການປະຕິບັດກໍເຫັນວ່າໄດ້ຮັບຜົນດີຢູ່ແຕ່ມາໄລຍະຫລັງໆນີ້ ເຫັນວ່າຫ່າງອອກໄປ ຈົນລະບຽບບໍ່ຢູ່ໃນສາຍຕາວ່າຊັ້ນນາ!

   ເມື່ອຟັງແລ້ວ ເຫັນວ່າມີສາລະຜູ້ຂຽນກໍເລີຍເອົາບັນຫານີ້ ມາສານຕໍ່ ເພື່ອຊອກຫາວິທີທາງ ແກ້ໄຂບັນຫານີ້ນຳກັນ, ເຊິ່ງມີເນື້ອໃນດັ່ງຕໍ່ໄປນີ້:

   ທ່ານ ຮ້ອຍໂທ ມີແຊນ ເຮືອງຄຳແສງ, ອາຍຸ 30 ປີ ນັກຂ່າວໂທລະພາບປ້ອງກັນຄວາມ ສະຫງົບ ໃຫ້ທັດສະນະວ່າ: ຢາກໃຫ້ຜູ້ທີ່ກ່ຽວຂ້ອງປະຕິບັດ ລະບຽບທີ່ວາງອອກມານັ້ນ ໃຫ້ສະ ເຫມີຕົ້ນ ສະເຫມີປາຍ ບໍ່ຢາກໃຫ້ປ່ອຍປະລະເລີຍ. ພ້ອມນັ້ນ ຢາກໃຫ້ຜູ້ທີ່ກ່ຽວຂ້ອງລົງໄປຕິດ ຕາມກວດກາ ປະຈຳແຕ່ລະອາທິດຍິ່ງເປັນການດີ ຖ້າເຫັນແລ້ວໃຫ້ມີການປັບໃຫມ ພ້ອມທັງຜູ້ ເຂົ້າມາໃຊ້ບໍລິການ ແລະເຈົ້າຂອງຮ້ານເນື່ອງຈາກບໍ່ປະຕິບັດລະບຽບຊິເປັນການດີບໍ? ຖ້າບໍ່ປະ ຕິບັດແນວນີ້ ເທົ່າກັບວ່າເອົາມືປ້ານລົມຊື່ໆ.

   ນາງຫລ້າ ອາຍຸ 35 ປີ ປະຊາຊົນບ້ານໂພໄຊ ເມືອງ ສີສັດຕະນາກ ນະຄອນຫລວງວຽງ ຈັນ ໃຫ້ທັດສະນະວ່າ: ສິ່ງສຳຄັນຢາກໃຫ້ເຈົ້າຂອງກິດຈະການ ເພິ່ນເປັນເຈົ້າການນຳກັນເປັນ ຕົ້ນ: ຖ້າເຫັນນັກຮຽນ-ນັກສຶກສານຸ່ງເຄື່ອງຊຸດ ນັກຮຽນ-ນັກສຶກສາ ແລະ ນຸ່ງຫົ່ມສັ້ນບໍ່ໃຫ້ເຂົ້າ ຮ້ານເດັດຂາດ, ນອກນັ້ນ ຜູ້ທີ່ຈະມາໃຊ້ບໍລິການກໍຄວນເປັນເຈົ້າການນຳກັນມັນຈິ່ງຈະເປັນຜົນ

ecom


__________________
lao hanoi

Date:
Permalink   

In Hanoi we can not recognise who is a student because no uniform for student here. student here also go to drink too but different. For me drinking beer itself is not bad, but when to drink, how much to drink, what for? how often?.
     To solve this problem is too hard for Laos, why? because you know drinking beer has become some kind of Lao culture. that's why Beer Lao is very developed. Adult can be their example. people can follow what they see easier than what they hear. so Adult must be good example first than you can educate children.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard