Members Login
Username 
 
Password 
    Remember Me  
Post Info TOPIC: Gas, gold and construction materials skyrocket jump !
Anonymous

Date:
Gas, gold and construction materials skyrocket jump !
Permalink   


ລາຄາເປັດໄກ່ຫລຸດ ຜູ້ຊື້ຫນ້າບານ, ລາຄານ້ຳມັນ, ຄຳ ແລະເຄື່ອງກໍ່ສ້າງພຸ່ງສູງ ຜູ້ຊື້ຫນ້າເສົ້າ



ໃນຕົ້ນເດືອນ ພະຈິກນີ້ ສິນຄ້າໃນ 5 ແຂວງໃຫຍ່ເຫນັງຕີງ ລາຄາສະບຽງອາຫານຫລຸດລົງ ໃນລະດັບ 1.000-5.000 ກີບ ສົ່ງຜົນໃຫ້ຜູ້ບໍລິໂພກຫັນມາຊື້ຊີ້ນເປັດ ແລະ ຊີ້ນໄກ່ ເພີ່ມຂຶ້ນ ອີກໃນອາທິດນີ້.

ຂະນະດຽວກັນບັນຍາກາດການຊື້-ຂາຍຄຳບໍ່ຄ່ອຍຄຶກຄື້ນພໍເທົ່າໃດເນື່ອງຈາກ ມີລາຄາສູງຂຶ້ນ ຜິດປົກກະຕິໃນຮອບປີນີ້; ສ່ວນນ້ຳມັນເຊື້ອໄຟເພີ່ມຂຶ້ນອີກ 290-350 ກີບ.


ຕາມການລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າ ຂອງບາງແຂວງໃນຕົ້ນອາ ທິດນີ້ ໃຫ້ຮູ້ວ່າ: ສິນຄ້າໃນທ້ອງຕະຫລາດຢູ່ 5 ແຂວງໃຫຍ່ ມີການເຫນັງຕີງ ໂດຍສະເພາະ ແມ່ນສິນຄ້າປະເພດສະບຽງອາຫານມີລາຄາຫລຸດລົງ ໂດຍສະເພາະຢູ່ແຂວງຈຳປາສັກ ລາຄາ ຊີ້ນເປັດ ແລະໄກ່ຫລຸດລົງ ອີກ 5.000 ກີບ. ສ່ວນຊີ້ນໄກ່ຢູ່ ຕະຫລາດແຂວງຫລວງພະບາງ ຫລຸດລົງ 1.000 ກີບ, ຊີ້ນເປັດກໍຖືກລົງອີກ 1.000 ກີບ, ເຮັດໃຫ້ຜູ້ບໍລິໂພກ ຢູ່ແຂວງຈຳປາ ສັກ ແລະຫລວງພະບາງ ຫັນມາບໍລິໂພກຊີ້ນໄກ່ ແລະ ຊີ້ນເປັດເພີ່ມຂຶ້ນ. ສາເຫດ ແມ່ນຍ້ອນ ການຜະລິດໄກ່ ແລະ ເປັດມີຫລາຍຂຶ້ນ ພາຍຫລັງສະພາບໄຂ້ຫວັດສັດປີກສະຫງົບລົງ.

ສຳລັບບັນຍາກາດ ການຂາຍ-ຊື້ຄຳ ບໍ່ຄຶກຄື້ນເທົ່າທີ່ຄວນ ໂດຍສະເພາະ ແມ່ນຢູ່ນະຄອນ ຫລວງວຽງຈັນ ຄຳຊື້ເຂົ້າເພີ່ມຂຶ້ນອີກ 56.000 ກີບຕໍ່ຫນຶ່ງບາດ(ຈາກລາຄາ 3.537.500 ກີບ ຕໍ່ຫນຶ່ງບາດ ໃນອາທິດແລ້ວນີ້) ສ່ວນຄຳຂາຍອອກລາຄາເພີ່ມຂຶ້ນ ສູງກວ່າຄຳຊື້ເຂົ້າ ພຽງເລັກ ຫນ້ອຍຄື: 57.000 ກີບຕໍ່ຫນຶ່ງບາດ ຈາກລາຄາເດີມໃນອາທິດແລ້ວ 3.679.000 ກີບຕໍ່ຫນຶ່ງ ບາດ. ສ່ວນຢູ່ແຂວງຈຳປາສັກ ລາຄາຄຳສູງພຸ່ງຂຶ້ນສູ່ຫລັກແສນ ໂດຍສະເພາະ ແມ່ນຄຳຂາຍ ອອກບາດຫນຶ່ງເພີ່ມຂຶ້ນອີກ 100.000 ກີບ ໃນອາທິດແລ້ວ ຄຳບາດຫນຶ່ງລາຄາ 3.300.000 ກີບ.

ສ່ວນລາຄານ້ຳມັນເຊື້ອໄຟໄດ້ມີ ການປັບຂຶ້ນລາຄາໃນທົ່ວປະເທດ ນັບແຕ່ວັນທີ 25 ຕຸລາ ຜ່ານມາ, ນ້ຳມັນກາຊວນ ໃນນະຄອນຫລວງວຽງຈັນ ແລະ ຫລວງພະບາງ ເພີ່ມຂຶ້ນອີກ 208 ກີບ, ສຳລັບແຂວງຄຳມ່ວນ, ສະຫວັນນະເຂດແລະຈຳປາສັກ ເພີ່ມຂຶ້ນອີກ 290 ກີບ, ນ້ຳມັນ ແອັດຊັງທຳມະດາແມ່ນເພີ່ມຂຶ້ນອີກ 320 ກີບ ໃນທົ່ວທຸກແຂວງ ແລ້ວເພີ່ມຂຶ້ນເປັນ 350 ກີບ ເຊິ່ງເປັນລາຄາດຽວທົ່ວປະເທດ.

ນອກນັ້ນ ວັດສະດຸກໍ່ສ້າງກໍເພີ່ມຂຶ້ນເປັນຕົ້ນແມ່ນຢູ່ແຂວງຈຳປາສັກ ລາຄາເຫລັກເສັ້ນແລະ ນ້ຳສີຍີ່ຫໍ້ TOA, ຝຸ່ນວິທະຍາສາດ ແລະ ຫົວອາຫານສັດ ຈາກປະເທດໄທກໍເພີ່ມຂຶ້ນນຳ. ສາ ເຫດທີ່ພາໃຫ້ລາຄາສິນຄ້າເຫລົ່ານັ້ນໃນແຂວງຈຳປາສັກເພີ່ມຂຶ້ນກໍຍ້ອນວ່າການຈຳຫນ່າຍແລະ ການຕອບສະຫນອງຍັງບໍ່ທັນກັບຄວາມຕ້ອງການຂອງຕະຫລາດ ພ້ອມທັງ ຕົ້ນທຶນຂອງການ ນຳເຂົ້າ ແລະ ຄ່າຂົນສົ່ງຍັງສູງ.

Source: ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard