Members Login
Username 
 
Password 
    Remember Me  
Post Info TOPIC: ITU helps Laos


Guru

Status: Offline
Posts: 2386
Date:
ITU helps Laos
Permalink   


ເລຂາທິການສະຫະພາບໂທລະຄົມມະນາຄົມລະວ່າງປະເທດຕົກລົງທີ່ຈະໃຫ້ການຊ່ວຍເຫລືອແກ່ລັດຖະບານລາວໃນການຂະຫຍາຍເຄືອຂ່າຍການຮັບ ສົ່ງສັນຍານໂທລະສັບເຄຶ່ອນທີ່ໃຫ້ຄອບຄຸມທົ່ວ ປະເທດໃນປີ 2012 ແລະນຳໃຊ້ ICT ເຂົ້າໃນການແກ້ໄຂບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ ຢ່າງມີປະສິດທິຜົນ.

Dr. Hamadoumi Toure ເລຂາທິການສະຫະພາບໂທລະຄົມມະນາຄົນລະຫວ່າງປະເທດ (ITU) ໄດ້ຖະແຫລງຢືນຢັນໃນລະວ່າງການເດີນທາງ ຢ້ຽມຢາມປະເທດລາວຢ່າງເປັນທາງການ ເມື່ອໝໍ່ໆມານີ້ວ່າ ITU ຈະສືບຕໍ່ໃຫ້ການຊ່ວຍເຫລືອລັດຖະບານລາວເຂົ້າໃນການພັທະນາລະບົບໂທລະ ຄົມມະນາຄົມໃຫ້ມີຄວາມທັນສະໄໝຫລາຍຂື້ນຢ່າງບໍ່ຫຢຸດຍັ້ງ ໂດຍມີເປົ້າໝາຍທີ່ຈະເຮັດໃຫ້ ລະບົບໂທລະຄົມມະນາຄົມແລະລະບົບເທກໂນໂລຈີ່ ດ້ານຂໍ້ມູນຂ່າວສານເປັນພາກສ່ວນນຶ່ງທີ່ມີບົດ ບາດຢ່າງສຳຄັນໃນການແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນລາວໃຫ້ໄດ້ຢ່າງມີປະສິດທິຜົນ ຫລາຍຂື້ນນັບມື້.  ໂດຍສຳຫລັບເປົ້າໝາຍໃນໄລຍະສະເພາະໜ້ານີ້ ກໍຄືການຂະຫຍາຍເຄືອຂ່າຍ ລະບົບການຮັບສົ່ງສັນຍານໂທລະສັບເຄຶ່ອນທີ່ ໃຫ້ຄອບຄຸມທົ່ວປະເທດລາວໃຫ້ໄດ້ພາຍໃນປີ 2012  ແລະການດຳເນີນການເຊຶ່ອມຕໍ່ລະບົບເທກໂນໂລຈີ່ດ້ານຂໍ້ມູນຂ່າວສານ (ICT) ໃຫ້ທົ່ວເຖິງກັນ ທັງ ປະເທດລາວໃຫ້ໄດ້ໄວທີ່ສຸດ ທັ້ງນີ້ກໍເພື່ອເປັນການຕອບສະໜອງແຜນການແລະເປົ້າໝາຍຂອງ ທາງການລາວທີ່ຈະເຮັດໃຫ້ປະຊາຊົນລາວ ບັນດາເຜົ່າຫລຸດພົ້ນຈາກຄວາມທຸກຈົນໃຫ້ໄດ້ໂດຍພື້ນ ຖານພາຍໃນປີ 2015 ແລະເຮັດໃຫ້ປະເທດລາວຫລຸດພົ້ນຈາກສະພາບດ້ອຍພັທະນາໃຫ້ໄດ້ ຢ່າງສິ້ນເຊີງພາຍໃນປີ 2020 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ເລຂາທິການໃຫຍ່ຂອງ ITU ກໍໄດ້ເນັ້ນຍ້ຳວ່າບັນຫາທີ່ເປັນອຸບປະສັກສຳຄັນ ປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວສາມາດເຂົ້າເຖິງ ລະບົບໂທລະຄົມມະນາຄົມໄດ້ຢ່າງຈຳກັດໃນ ປັດຈຸບັນນີ້ ກໍຍ້ອນອັດຕາຄ່າບໍລິການຍັງແພງເກີນໄປເມື່ອທຽບໃສ່ກັບອັດຕາລາຍໄດ້ຂອງປະຊາຊົນ ລາວສ່ວນໃຫຍ່ ຊຶ່ງກໍຄືໃນຂະນະທີ່ປະຊາຊົນລາວສ່ວນໃຫຍ່ຍັງມີລາຍໄດ້ຕ່ຳນັ້ນ ກໍປາກົດວ່າ ອັດຕາຄ່າບໍລິການໃນການຊົມໃຊ້ໂທລະສັບເຄຶ່ອນທີ່ ໃນລາວຍັງແພງເປັນອັນດັບທີ່ 26 ຂອງໂລກ ຊຶ່ງກໍເຊັ່ນດຽວກັນກັບອັດຕາຄ່າບໍລິການໃນການຊົມໃຊ້ Internet ແລະຍັງຄົງມີການບໍລິການສະ ເພາະໃນເຂດຕົວເມືອງເທົ່ານັ້ນອີກດ້ວຍ.  ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການແລະ ການລົງທືນກໍໄດ້ໃຫ້ການຍອມຮັບວ່າການພັທະນາ ລະບົບເຄື່ອຂ່າຍໂທລະຄົມມະນາຄົມໃນລາວຍັງ ຄົງດຳເນີນໄປຢ່າງຊັກຊ້າຫລາຍ ຖ້າຫາກສົມທຽບໃສ່ກັບປະເທດສະມາຊິກເກົ່າໃນກຸ່ມອາຊຽນ ແຕ່ ຖ້າຫາກທຽບໃສ່ກັບປະເທດສະມາຊິກໃໝ່ໃນກຸ່ມອາຊຽນດ້ວຍກັນ ກໍຄືພະມ້າ ກຳປູເຈຍ ແລະ ຫວຽດນາມນັ້ນ ກໍສາມາດກ່າວໄດ້ວ່າລາວນັບເປັນ ປະເທດນຶ່ງທີ່ມີການພັທະນາລະບົບໂທລະຄົມມະ ນາຄົມ ແລະລະບົບ ICT ໄດ້ຢ່າງວ່ອງໄວ.  ໂດຍສະເພາະແມ່ນການພັທະນາລະບົບ ICT ເພື່ອ ຮັບໃຊ້ພາກລັດຖະບານ ແລະເອກກະຊົນນັ້ນຖືວ່າສາມາດເຮັດໃຫ້ໜ່ວຍງານຂອງລັດຖະບານລາວ ສາມາດຕິດຕໍ່ສື່ສານກັນໄດ້ໃນທົ່ວປະເທດແລ້ວ ສ່ວນພາກເອກກະຊົນລາວແລະຕ່າງຊາດນັ້ນກໍສາ ມາດຕິດຕໍ່ສື່ສານກັບນານາຊາດໄດ້ຢ່າງສະດວກວ່ອງໄວໃນທົ່ວໂລກແລ້ວເຊັ່ນກັນ ດັ່ງທີ່ເຈົ້າໜ້າທີ່ ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນໃນຕອນນຶ່ງວ່າ.

ໃນປັດຈຸບັນ ມີບໍລິສັດທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວໃນການໃຫ້ບໍລິການດ້ານໂທລະຄົມ ມະນາຄົມໃນລາວຈຳນວນ 4 ບໍລິສັດດ້ວຍກັນ ກໍຄື ບໍລິສັດລາວໂທລະຄົມມະນາຄົມຈຳກັດ ບໍລິ ສັດສຕາຣ໌ ໂທລະຄົມມະນາຄົມຈຳກັດ ບໍລິສັດລາວມິລລິຄອມຈຳກັດ ແລະລັດວິສາຫະກິດໂທລະຄົມມະນາ ຄົມລາວຈຳກັດ ໂດຍຈາກການສຳຫລວດໃນໄລຍະຫົກເດືອນທຳອິດຂອງແຜນການປະ ຈຳປີ 2009-2010 ນີ້ ພົບວ່າມີຄົນລາວຊົມໃຊ້ໂທລະສັບ ເຄຶ່ອນທີ່ຫລາຍກວ່າ 1 ລ້ານ 6 ແສນ ໝາຍເລກ ແລະເຖິງທ້າຍແຜນການປະຈຳປີ 2009-2010 ນີ້ກໍຄາດໝາຍວ່າຄົນລາວຈະຊົມໃຊ້ໂທລະສັບ ເຄຶ່ອນທີ່ເພີ່ມຂື້ນເປັນຫລາຍກວ່າ 1ລ້ານ 6 ແສນ ໝາຍເລກຢ່າງແນ່ນອນ.



__________________


animated-graphics247.gif



Anonymous

Date:
Permalink   

Could you post that in English please because my computer can't read lao!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard