Members Login
Username 
 
Password 
    Remember Me  
Post Info TOPIC: Vientiane may have new international airport in next 10 years (Photo)
Anonymous

Date:
Vientiane may have new international airport in next 10 years (Photo)
Permalink   




ການຄົມມະນາຄົມຂົນສົ່ງທາງອາກາດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງອາດເຮັດໃຫ້ການ ຮອງຮັບຜູ້ໂດຍສານ ແລະ ເຮືອບິນຂອງສະຫນາມບິນສາກົນວັດໄຕບໍ່ພຽງພໍ ຈິ່ງມີຄວາມເປັນ ໄປ ໄດ້ທີ່ຈະມີການສ້າງສະຫນາມບິນແຫ່ງໃຫມ່ໃນອີກ 10 ປີຂ້າງຫນ້າ ເພື່ອຮອງຮັບການຂະ ຫຍາຍຕົວດັ່ງກ່າວ.

   ທ່ານ ວັນເພັງ ຈັນທະພອນ, ຫົວຫນ້າພະແນກສະຫນາມບິນກົມການບິນພົນລະເຮືອນກະ ຊວງໂຍທາທິການ ແລະຂົນສົ່ງໃຫ້ສຳພາດວ່າ: ຕາມການຄາດຄະເນແລ້ວອີກ 10ປີຂ້າງຫນ້າ ອາດຈະຕ້ອງສ້າງສະຫນາມບິນແຫ່ງໃຫມ່ເພາະໃນໄລຍະຜ່ານມານີ້ ຈຳນວນຜູ້ໂດຍສານແລະ ຖ້ຽວບິນໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນປີ 2006 ຈຳນວນຜູ້ໂດຍສານເຂົ້າ-ອອກ ສະຫນາມບິນ ສາກົນວັດໄຕ ທັງຫມົດ 457.160 ຄົນ ເພີ່ມຂຶ້ນຈາກ 435.297 ຄົນ ໃນປີ 2005. ໃນນັ້ນ ຊາວຕ່າງປະເທດກວມເອົາຫລາຍກວ່າເຄິ່ງຫນຶ່ງ ຂອງຈຳນວນຜູ້ໂດຍສານທັງຫມົດ ຄືປະມານ 293.982 ຄົນ. ໃນຂະນະທີ່ຈຳນວນຖ້ຽວບິນໄດ້ເພີ່ມຂຶ້ນເຖິງ 10.563 ຖ້ຽວຈາກ 9.641ຖ້ຽວ ໃນປີ 2005. ຄາດຄະເນວ່າ ເມື່ອຮອດປີ 2013 ຈຳນວນຜູ້ໂດຍສານສູງສຸດ ຈະມີເຖິງ 1.38 0.512 ຄົນ, ຕ່ຳສຸດ 864.563 ຄົນ ແລະ ເມື່ອໃດທີ່ຜູ້ໂດຍສານເພີ່ມຂຶ້ນເຖິງ 1,5 ລ້ານຄົນ ຕໍ່ປີສະຫນາມບິນສາກົນວັດໄຕ ກໍຈະບໍ່ສາມາດຮອງຮັບຈຳນວນຜູ້ໂດຍສານໄດ້. ຍ້ອນເຫດຜົນ ທີ່ວ່າ ສະຫນາມບິນສາກົນວັດໄຕຢູ່ໃກ້ຕົວເມືອງພຽງ 3 ກິໂລແມັດ ເທົ່ານັ້ນຈະສ້າງສະພາວະ ເລື່ອງສຽງລົບກວນ ໃຫ້ກັບພໍ່ແມ່ປະຊາຊົນທີ່ອາໄສ ຢູ່ອ້ອມຂ້າງສະຫນາມບິນ ກໍຄືການກະທົບ ດ້ານສະພາບແວດລ້ອມ. ໂດຍຫລັກການທົ່ວໄປແລ້ວສະຫນາມບິນ ຈະຕ້ອງຢູ່ຫ່າງໄກຈາກຕົວ ເມືອງປະມານ 20 ກິໂລແມັດຂຶ້ນໄປ.



   ຫາກການເພີ່ມຂຶ້ນໃນຈັງຫວະດັ່ງກ່າວພາຍໃນ 10 ປີອາດຈະເຮັດໃຫ້ສະຫນາມບິນສາກົນ ວັດໄຕ ບໍ່ສາມາດຈະຮອງຮັບການຂົນສົ່ງທາງອາກາດອີກຕໍ່ໄປໄດ້. ກົມການບິນພົນລະເຮືອນ ຈິ່ງໄດ້ວາງແຜນການໄວ້ເພື່ອຈະສ້າງສະຫນາມບິນສາກົນແຫ່ງໃຫມ່ໃນອະນາຄົດ. ສຳລັບເຂດ ທີ່ຈະສ້າງສະຫນາມບິນໃຫມ່ນັ້ນ ທ່ານ ວັນເພັງ ໃຫ້ຮູ້ວ່າ: ປະຈຸບັນ ກົມການບິນພົນລະເຮືອນ ໄດ້ສຳເລັດການປັກຫລັກຫມາຍສະຖານທີ່ໄວ້ແລ້ວໃນເນື້ອທີ່ປະມານ 500 ເຮັກຕາຢູ່ຖະຫນົນ ເລກທີ 13 ໃຕ້ ຫ່າງຈາກຕົວເມືອງນະຄອນຫລວງວຽງຈັນປະມານ 20 ກິໂລແມັດ.

   ທ່ານໃຫ້ຮູ້ຕື່ມ ວ່າ: ຮອດປີ 2015 ຈະໄດ້ເລີ່ມການສຶກສາຄົ້ນຄວ້າ ເຖິງຄວາມເປັນໄປໄດ້ ໃນໂຄງການກໍ່ສ້າງສະຫນາມບິນແຫ່ງໃຫມ່ ສ່ວນມູນຄ່າໃນການກໍ່ສ້າງ, ແຫລ່ງທຶນລວມທັງຜູ້ ລົງທຶນ ຍັງບໍ່ທັນມີຂໍ້ມູນລະອຽດເທື່ອ ມີພຽງແຜນການວາງໄວ້ວ່າ ຈະຕ້ອງສ້າງສະຫນາມບິນ ແຫ່ງໃຫມ່ທີ່ໃຫຍ່ ແລະ ທັນສະໄຫມກວ່າສະຫນາມບິນສາກົນວັດໄຕ.

   ປະຈຸບັນ ມີ 4 ສາຍການບິນມາໃຊ້ບໍລິການສະຫນາມບິນສາກົນວັດໄຕຄື: ສາຍການບິນ ລາວ (QV), ສາຍການບິນໄທ (TG) ສາຍການບິນຫວຽດນາມ (VL) ແລະ ໄຊນາ ອິສເທີນ ແອລາຍ (MU). ໃນອະນາຄົດອັນໃກ້ນີ້ ຈະມີ 2 ສາຍການບິນມາໃຊ້ບໍລິການຄື: ແອເອເຊຍ (Air Asia) ຈາກມາເລເຊຍຈະເປີດສາຍການບິນມາ ນະຄອນຫລວງວຽງຈັນໃນວັນທີ 1 ທັນ ວາ 2007 ແລະໄຊນາເຊົາເທິນ (CZ)ຈະມາເປີດສາຍການບິນໃນແຜນບິນລະດູຮ້ອນປີຫນ້າ.



SOurce: ecom


__________________
Anonymous

Date:
Permalink   



__________________
Anonymous

Date:
Permalink   

If you zoom down more in google earth you can see the air force base at Wattai with two old MIG fighters sitting there along with helicopters. So cool, I never seen the Lao airforce

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard