Members Login
Username 
 
Password 
    Remember Me  
Post Info TOPIC: ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາຝຣັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ
Anonymous

Date:
ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາຝຣັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ
Permalink   


ບັນດາທ່ານຄິດແນວໃດກ່ຽວກັບເລື່ອງນີ້? ແລ້ວພາສາອັງກິດເດ໋ ທີ່ໃຊ້ກັນ ແລະ ໄດ້ຮັບການສົ່ງເສີມຢ່າງແຜ່ຫຼາຍໃນທຸກຄົງເຂດວຽກງານໃນຊ່ວງທົດສະວັດຜ່ານມາ ຈະເປັນແນວໃດ? ຢ່າລືມວ່າ ພາສາອັງກິດ ເປັນພາສາທາງການຂອງອາຊຽນ ຊຶ່ງລັດຖະບານລາວໃຫ້ຄວາມສຳຄັນຫຼາຍໃນຂອບການຮ່ວມມືອາຊຽນ

ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາຝຣັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ
Date of News 08-11-2007 Time of News 11:41:45 News From ນ.ສ.ພ ປະເທດລາວ

ຫລັງຈາກທີ່ກະຊວງການຕ່າງປະເທດ ນຳສະເຫນີຕໍ່ລັດຖະບານ ປະຊຸມນາຍົກລັດຖະ ມົນຕີ-ຮອງນາຍົກລັດ ຖະມົນຕີ ຄັ້ງທີ 17 ກັນຍາ 2007 ຈຶ່ງໄດ້ຕົກລົງ ແລະ ຊີ້ນຳໃຫ້ຄະນະເລຂາທິການລັດຖະບານ ແຈ້ງໃຫ້ບັນດາທ່ານລັດຖະ ມົນຕີ ຫົວຫນ້າອົງການ ທຽບເທົ່າ ກະຊວງ ຫົວຫນ້າທະບວງ ແລະ ອົງການອ້ອມຂ້າງສູນກາງ ອົງການຈັດຕັ້ງການເມືອງ ແລະ ອົງການຈັດຕັ້ງມະຫາຊົນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນທົ່ວປະເທດຊາບ ໂດຍໃຫ້ ປັບປຸງ ແລະ ແກ້ໄຂການຂຽນປ້າຍຊື່ຂອງສຳນັກງານຂອງຕົນ ແລະ ຊື່ຂອງສະຖາທີ່ສາທາລະນະ ເຊັ່ນ: ຖະຫນົນ ອານຸສາ ວະລີ ຫໍພິພິຕະພັນ ໂດຍຂຽນຊື່ເປັນພາສາຝຮັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ ໂດຍສະເພາະແມ່ນພາກສ່ວນທີ່ຕັ້ງຢູ່ນະ ຄອນຫລວງວຽງຈັນ ໃຫ້ເຮັດສຳເລັດກ່ອນກອງປະຊຸມລະດັບລັດຖະມົນຕີ ຂອງບັນດາປະເທດໃຊ້ພາສາຝຣັ່ງ ທີ່ຈະຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນທ້າຍເດືອນພະຈິກ 2007 ນີ້ ການເຮັດຫນັງສືທາງລັດຖະການ ເພື່ອຕິດຕໍ່ພົວພັນກັບບັນດາອົງ ກອນຂອງສະຫະປະຊາຊາດ ແມ່ນໃຫ້ໃຊ້ພາສາຝຣັ່ງ ສຳລັບວິສາຫະກິດ ຫ້າງຮ້ານ ໃຫ້ອີງໃສ່ທິດທາງຂໍ້ແນະນຳຂອງກະ ຊວງຖະແຫລງຂ່າວ ແລະ ວັດທະນະທຳ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່າມາ ໂດຍຮັບປະກັນລັກສະນະຊາດ ວິທະຍາສາດ ແລະ ມະຫາຊົນ. ໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມ ແນະນຳການເອີ້ນຊື່ປະເທດ ຊື່ຂອງປະຊາຊາດ ແລະ ພາສາຕ່າງປະເທດ ຢ່າງຖືກຕ້ອງ ເປັນເອກະພາບກັນໃນທົ່ວປະເທດ ເປັນຕົ້ນ ການເອີ້ນຊື່ການຂຽນຊື່ປະເທດ ປະຊາຊາດ ພາສາຕ່າງປະເທດ ໃນເອກະສານທາງການ ສັນຍາກັບຕ່າງປະເທດ ບົດຂຽນຫນັງສືພິມ ໂທລະພາບ ສິ່ງພິມ ປື້ມຕຳລາ ຫລັກສູດການຮຽນ ການສອນ ແລະ ເອກະສານທາງລັດຖະການອື່ນໆ ທັງນີ້ກໍເພື່ອປະກອບສ່ວນສົ່ງເສີມການພົວພັນລະຫວ່າງປະຊາຊາດ ການທ່ອງທ່ຽວ ການແລກປ່ຽນ ວັດທະນະທຳ ເຊິ່ງເປັນປັດໄຈສຳຄັນອັນຫນຶ່ງ ສຳລັບການເສີມຂະຫຍາຍການພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງປະເທດໃນໂລກ ເພື່ອຮັບປະກັນຄວາມເຂົ້າໃຈ ການເອີ້ນ ຫລືໃຊ້ຊື່ປະເທດ ປະຊາຊົນ ແລະ ພາສາຂອງປະເທດຕ່າງໆໃນໂລກ ຢ່າງເປັນເອກະພາບກັນໃຫ້ນັບມື້ຫລາຍຂຶ້ນ ຊຶ່ງເປັນສິ່ງທີ່ຈະຊ່ວຍໃຫ້ເກີດຄວາມຮູ້ ສືກທີ່ດີ ແລະ ການຕິດຕໍ່ພົວພັນແບບສ້າງສັນຫລາຍຂຶ້ນ ເພື່ອເສີມສ້າງຈິດສຳນຶກ ການກະທຳຕົວຈິງ ອັນເຫມາະສົມຂອງ ພະນັກງານ ທະຫານ ຕຳຫລວດ ປັນຍາຊົນ ນັກທຸລະກິດ ນັກຮຽນນັກສຶກສາ ນັກຄົ້ນຄວ້າ ປະຊາຊົນທົ່ວໄປ ໃນການຕິດຕໍ່ ພົວພັນ ແລະ ປະຊາສຳພັນກັບປະເທດເພື່ອນມິດ. ຫລັກການ ແລະ ວິທີການປະຕິບັດ ແມ່ນໃຫ້ອີງໃສ່ເຄົ້າມູນເດີມຂອງພາສາລາວ ທີ່ເຄີຍໃຊ້ມາກ່ອນແລ້ວ ຊື່ທີ່ ແຜງອອກຈາກພາສາບາລີ ຫລື ພາສາຝຣັ່ງ ແລະ ຊື່ຂອງປະເທດ ຊຶ່ງປະຊາຊົນທີ່ກ່ຽວຂ້ອງເອີ້ນຕົນເອງ ແລະ ປື້ມແບບຮຽນ ຂອງກະຊວງສຶກສາທິການ. ໃຫ້ກະຊວງການຕ່າງປະເທດແຈ້ງ ແລະ ຈັດສົ່ງບັນຊີລາຍຊື່ປະເທດ ຊື່ປະຊາຊົນ ພາສາຕ່າງປະເທດທີ່ຖືກ ຕ້ອງ ໃຫ້ອົງການລັດທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອນຳໃຊ້ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານ.


__________________
Anonymous

Date:
RE: ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາຝຣັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ
Permalink   


ບໍ່ແມ່ນເພິ່ນເຮັດເອົາຫນ້າ ເພື່ອກຽມຕ້ອນຮັບກອງປະຊຸມ ປະເທດທີ່ໃຊ້ພາສາຝຣັ່ງເສດຊື່ໆບໍ່
ຖ້າດີແທ້ ປ້າຍໂຄສະນາຕ່າງໆ ຄວນເຮັດເປັນ ຫ້າພາສາໄປເລີຍ ໂດຍໃຊ້ພາສາ
ລາວ
ຝຣັ່ງເສດ
ອັງກິດ
ຈີນ
ເອສປາໂຢນ biggrin

__________________
Anonymous

Date:
Permalink   

ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາ English ຢ່າງຖືກຕ້ອງ ຖັດຈາກພາສາລາວ

__________________


Guru

Status: Offline
Posts: 596
Date:
ໃຫ້ຂຽນປ້າຍຊື່ຂອງສຳນັກງານ ອົງການ ເປັນພາສາຝຣັ່ງຢ່າງຖືກຕ້ອງ ຖັດຈາກພາສາລາວ
Permalink   


It is good for older generation who knows french but for new generation, I`m not sure and few tourists visiting laos are francophone...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard