Members Login
Username 
 
Password 
    Remember Me  
Post Info TOPIC: Lao children addicted to game online !
Anonymous

Date:
Lao children addicted to game online !
Permalink   


ພໍ່ແມ່ຜູ້ປົກຄອງສົ່ງຂ່າວມາວ່າ: "ແຕ່ກ່ອນອຸກອັ່ງນຳຕູ້ເກມ ດຽວນີ້ແຮ່ງເຮັ່ງເພາະເກມຄອມ...ມີອິນເຕີເນັດ..." ຮ້ານອິນເຕີເນັດເກີດຂຶ້ນປານດອກເຫັດ ຍາມທ່ຽງນັກຮຽນເຂົ້າເຕັມພຽບ ເພາະຮ້ານຢູ່ໃກ້ໂຮງຮຽນ... ມີບາງຄົນຫລິ້ນຈົນຮອດ 3 ໂມງເຊົ້າຈຶ່ງກັບບ້ານກັບເຮືອນ... ມີບາງຮ້ານເຮັດຫ້ອງພິເສດ... ກໍບໍ່ຮູ້ວ່າເນື້ອໃນທີ່ເຫັນຈາກອິນເຕີເນັດ ມີຫຍັງແດ່? ການຈັດຕັ້ງມີການກວດກາ ແລະ ຄຸມເຂັ້ມແນວໃດແດ່? ເບື້ອງພໍ່ແມ່ຜູ້ປົກຄອງກໍຄຸມເຂັ້ມເຕັມທີ່ ບາງຄອບຄົວທີ່ອ່າວມີແດ່ ເຖິງຂັ້ນໃຫ້ເມຍອອກມາຕິດຕາມຄຸມລູກໂດຍສະເພາະ ແຕ່ກໍບໍ່ໄດ້ດັ່ງໃຈ ແນວວ່າສະພາບແວດລ້ອມມັນເອື້ອອຳນວຍໂພດ.
ສຽງຈົ່ມນ້ອຍເນື້ອຕຳໃຈຂອງພໍ່ແມ່ຜູ້ປົກຄອງນີ້ ແມ່ນມີສ່ວນຖືກ ໂດຍສະເພາະຢູ່ນະຄອນຫລວງຂອງພວກເຮົາ... ຫາກເປັນຜູ້ສັງເກດຈະເຫັນວ່າ ຜູ້ດຳເນີນທຸລະກິດປະເພດນີ້ ເຂົາກໍເບິ່ງລູກຄ້າ... ເບິ່ງການຕະຫລາດວ່າມັນເຫມາະສົມວ່າຈະຕັ້ງຢູ່ຈຸດໃດ? ສ່ວນເລື່ອງຈັນຍາທຳ ເຂົາຄົງຖືຕາມຫລັງ ຈຸດນີ້ກໍຫນ້າຄິດວ່າ ພວກເຮົາຈະພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ນີ້ຢ່າງໃດ?.
"ແນວລາວ" ມີໂອກາດນັ່ງສົນທະນາກັບຫລາຍຄົນກ່ຽວກັບບັນຫານີ້ ເຊິ່ງກໍມີຫລາຍຄຳເຫັນໃນການແກ້ໄຂເຊິ່ງພໍສັງລວມໄດ້ດັ່ງນີ້: ອັນທີຫນຶ່ງ ແມ່ນອົງການປົກຄອງບ້ານ ຕຳຫລວດກຸ່ມບ້ານ ຕ້ອງເຂັ້ມແຂງໃນການກວດກາສອດສ່ອງດູແລເບິ່ງວ່າ ຮ້ານໃດມີນັກຮຽນເຂົ້າຫລາຍ ຕ້ອງຕັ້ງບັນຫາສືບສວນວ່າ ມີຫຍັງຜິດປົກກະຕິ ຫລື ບໍ? ອັນທີສອງ ແມ່ນຂະແຫນງການທີ່ອອກອະນຸຍາດດຳເນີນທຸລະກິດດ້ານນີ້ ຕ້ອງກວດກາເບິ່ງວ່າ ເຂົາເຮັດຕາມສັນຍາ ຫລື ບໍ? ກວດເລື້ອຍໆ ເດັດຂາດເລື່ອງຢູ່ເລື່ອງກິນບໍ່ປະຕິເສດ ແຕ່ລະບຽບວິໄນຕ້ອງເຂັ້ມງວດ ພໍສັ່ງປິດກໍປິດການໂລດ ເພາະມັນແມ່ນສິ່ງເບື່ອເມົາລູກຫລານ ບໍ່ແມ່ນລູກຫລານເຈົ້າຂອງ ກໍແມ່ນລູກຫລານຄົນອື່ນ ທີ່ເປັນຜູ້ຈະເບິ່ງແຍງປະເທດຊາດໃນອະນາຄົດ ແລະ ອັນສຸດທ້າຍ ແມ່ນສະຖາບັນຄອບຄົວຕ້ອງເຂັ້ມແຂງ... ມີເງິນຫລາຍກໍເປັນສິ່ງທີ່ດີ ແຕ່ການລ້ຽງລູກແບບໃຫ້ເງິນຕາມໃຈ ກໍມັກມີຜົນຮ້າຍຕາມພາຍຫຼັງ... ການສອດສ່ອງດູແລ... ການເຂົ້າໃກ້ຊິດໃຫ້ກຳລັງໃຈ... ສົນທະນາປາໃສແບບຄອບຄົວ ຈະເປັນສິ່ງກະຕຸ້ນໃຫ້ເດັກມີຄວາມເຊື່ອຫມັ້ນຕໍ່ຕົນເອງຫລາຍຂຶ້ນ ແລະ ຈຸດນີ້ລະ ມັນຈະກາຍເປັນເກາະກຳບັງສິ່ງທີ່ບໍ່ຈົບບໍ່ງາມຈະເຂົ້າມາຫາຕົວຂອງເຂົາ.
ຈາກບັນຫາເກມຄອມ... ອິນເຕີເນັດ... ແລ້ວກໍມາສູ່ຮ້ານບັນເທີງ ຮ້ານເຫລົ້າ ຮ້ານເບຍທີ່ມີຢູ່ເກືອບທຸກເມືອງທີ່ເກີດມາຮອງຮັບໄວລຸ້ນທີ່ໃຫຍ່ຂຶ້ນມາ ແຕ່ກໍມີບັນຫາເຊັ່ນກັນ... ພວກເຮົາເຄີຍໄດ້ຍິນຂ່າວຕີກັນຢູ່ຮ້ານເຫລົ້າເຖິງຂັ້ນເສຍຊີວິດ... ມົ້ວສຸມອື່ນໆ... ຈຸດນີ້ກໍແກ້ຍາກ ຫາກເວົ້າເລື່ອງສະຖາບັນຄອບຄົວແຮ່ງຍາກ ແນວວ່າພວກນີ້ອາຍຸຫລາຍຂຶ້ນອາຍຸເຖິງກະສຽນແລ້ວ ສະນັ້ນ ບາງຄົນຈຶ່ງມັກຖິ້ມໂທດໃສ່ສະພາບແວດລ້ອມວ່າ ບໍ່ເຂັ້ມແຂງໃນການອະນຸຍາດໃຫ້ເປີດຮ້ານເຫລົ້າ ຮ້ານຢາ ເຖິງຂັ້ນມີຜູ້ສະເຫນີວ່າ ຄວນເພີ່ມອາກອນເຫລົ້າ... ເບຍ ແລະ ນ້ຳເມົາອື່ນໆໃຫ້ມັນແພງຂຶ້ນ ເພາະບໍ່ແມ່ນ
ສິ່ງຈຳເປັນພໍປານໃດ? ແພງຂຶ້ນແລ້ວຄິດວ່າຄົນຈະກິນຫນ້ອຍ ດື່ມຫນ້ອຍ ວ່າຊັ້ນ!...
ສັງລວມເບິ່ງແລ້ວ ການແກ້ໄຂບັນຫານີ້ກໍຄົງເຮັດແບບປະສານງານມັນຈຶ່ງຈະຫລ້ອນ ຫລືວ່າເຮັດເປັນຂະບວນການ ໂດຍໃຫ້ອົງການຈັດຕັ້ງມະຫາຊົນເປັນຫລັກ ໃຫ້ຖືວ່າເປັນວຽກຂອງສັງຄົມ ໃນນັ້ນ ອົງການຈັດຕັ້ງຊາວຫນຸ່ມ ແລະ ແມ່ຍິງຕ້ອງເປັນແກນກາງ... ບົດຮຽນດ້ານນີ້ພວກເຮົາເຄີຍເຮັດມາແລ້ວ ໃນສະໄຫມປະເທດຊາດພວກເຮົາປົດປ່ອຍໃຫມ່ໆ
ແນ່ນອນສະພາບແວດລ້ອມຍາມນັ້ນດີຫຼາຍ ແຕ່ກໍບໍ່ໝາຍຄວາມວ່າເຮົາຊິເຮັດບໍ່ໄດ້ ຂະບວນການຊາວໜຸ່ມຊ່ວຍສັງຄົມ... ຕັ້ງຄ້າຍນັ້ນຢາກມິດງຽບ... ພັກສິ້ນປີຮຽນຜ່ານມານີ້ ເຫັນຊາວຫນຸ່ມອາສາສະຫມັກຫວຽດນາມ ເຂົ້າຊ່ວຍເຫລືອບັນດາແຂວງທີ່ຕິດກັບຊາຍແດນ ແລະ ເດີນທາງມາຮອດນະຄອນຫລວງວຽງຈັນ... ກໍບໍ່ຮູ້ວ່າ ຝ່າຍເຮົາຄິດແນວໃດ? ກໍຕັ້ງເປັນບັ້ງເລກພ້ອມກັນຄິດນໍ?.
... ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນ!.

ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 10 ຕຸລາ 2007 13:07 ນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard