Members Login
Username 
 
Password 
    Remember Me  
Post Info TOPIC: Newly opened ! Vientiane Institute of Technology !!!
Anonymous

Date:
Newly opened ! Vientiane Institute of Technology !!!
Permalink   




ເຖິງ: ທຸກໆທ່ານ
ຫລັກສູດວິສະວະກຳສິ່ງແວດລ້ອມ
1.ຊື່ຂອງຫລັກສູດ :
ວິສະວະກຳສາດ ສາຂາວິຊາວິສະວະກຳສິ່ງແວດລ້ອມ
Bachelor of Engineering Program in Environmental Engineering
2. ຊື່ໃບປະກາດສະນີຍະບັດ:
ວິສະວະກຳສິ່ງແວດລ້ອມ
Bachelor of Environmental Engineering
3. ໄລຍະເວລາການຮຽນ: 5 ປີ
4. ຈຸດປະສົງຂອງຫລັກສູດ
ນັກສຶກສາທີ່ຮຽນຈົບຫລັກສູດນີ້ມີຄວາມ ສາມາດ ໃນ ການສຳລວດ ອອກແບບ - ຄິດໄລ່ລະບົບ ນ້ຳ ປະປາ, ນ້ຳ ເປື້ອນ, ຂີ້ເຫຍື້ອ, ມົນລະພາວະ ທາງ ອາກາດ, ສຽງ. ຄິດໄລ່ ປະມານ ລາຄາການກໍ່ສ້າງ. ຄຸ້ມຄອງ, ວາງແຜນ, ຕິດຕາມ ແລະ ກວດກາ ການ ກໍ່ສ້າງ. ມີຄວາມ ຮູ້ພື້ນ ຖານ ທາງດ້ານ ການຄຸ້ມຄອງ ແລະ ອະນຸລັກ ສິ່ງ ແວດລ້ອມຕົວ ເມືອງ ແລະ ທຳມະຊາດ. ມີຄຸນນະທຳ, ຈາລິຍະທຳ ແລະ ມີຈັນຍາບັນ ໃນການປະກອບວິຊາຊີບສິ່ງແວດລ້ອມ ແລະ ການກໍ່ສ້າງ
ຫລັກສູດວິສະວະກຳກໍ່ສ້າງ
1.ຊື່ຂອງຫລັກສູດ :
ວິສະວະກຳສາດ ສາຂາວິຊາວິສະວະກຳກໍ່ສ້າງ
Bachelor of Engineering Program in Civil Engineering
2. ຊື່ໃບປະກາດສະນີຍະບັດ:
ວິສະວະກຳກໍ່ສ້າງ
Bachelor of Civil Engineering
3. ໄລຍະເວລາການຮຽນ: 5 ປີ
4. ຈຸດປະສົງຂອງຫລັກສູດ
ນັກສຶກສາທີ່ຮຽນຈົບຫລັກສູດນີ້ມີຄວາມ ສາມາດ ໃນ ການອອກແບບ - ຄິດໄລ່ໂຄງສ້າງ. ຄິດໄລ່ ປະມານລາຄາ ການກໍ່ສ້າງ. ຄຸ້ມຄອງ, ວາງແຜນ, ຕິດຕາມ ແລະ ກວດກາ ການກໍ່ສ້າງ. ມີຄວາມຮູ້ ພື້ນ ຖານທາງ ດ້ານໄຟຟ້າ ແລະ ນ້ຳ ປະປາ ໃນອາຄານ ລວມທັງອຸບ ປະກອນປະກອບ ຕ່າງໆໃນ ອາຄານ.
ມີຄຸນນະທຳ, ຈາລິຍະທຳ ແລະ ມີຈັນຍາບັນໃນການປະກອບວິຊາຊີບການກໍ່ສ້າງ
ສິ່ງອຳນວຍຄວາມສະດວກຕ່າງໆ
ວິທະຍາໄລເຕັກໂນໂລຊີ ວຽງຈັນຕັ້ງຢູ່ໃນເຂດເທດສະບານ ນະຄອນຫລວງວຽງຈັນ ມີ ເນື້ອທີ່ 7.8 ເຮັກຕາ. ໃນເບື້ອງຕົ້ນ ມີ ອາຄານຮຽນ 3 ຊັ້ນ ປະກອບດ້ວຍ 24 ຫ້ອງຮຽນ, ຫ້ອງ ການ, ຫ້ອງສະໝຸດ, ຫ້ອງຄອມພິວເຕີ, ຫ້ອງທົດລອງ, ຮ້ານ ອາຫານ, ມີບ່ອນຈອດລົດ ແລະ ທິວທັດຢ່າງກ້ວາງ ຂວາງ, ສວຍງາມ. ຄວາມສາມາດບັນຈຸ ນັກສຶກສາທັງໝົດ 1500 ຄົນ
ເງື່ອນໄຂຜູ້ເຂົ້າຮຽນ:
- ຕ້ອງຈົບມັດທະຍົມຕອນປາຍຫລືທຽບເທົ່າຫລືຈົບການຮຽນອະຊີວະສຶກສາຊັ້ນກາງຫລືທຽບເທົ່າໃນວິຊາສະເພາະທີ່ກ່ຽວຂ້ອງ
- ຕ້ອງຜ່ານການສອບເສັງຄັດເລືອກວຶຊາຄະນຶດສາດ ແລະ ຟິຊິກສາດ
ການຮັບສະໝັກ ແລະ ສອບເສັງ
•ຂາຍ ແລະ ຮັບ ຄຳຮ້ອງສະໝັກ10-28/9/2007
•ສອບເສັງ1/10/2007
•ປະກາດຜົນການສອບເສັງ11/10/2007
•ລົງທະບຽນຮຽນ 15-31/10/2007
•ປະຖົມນິເທດ 2/11/2007
•ເລີ້ມສອນປົກກະຕິ 5/11/2007
ສະຖານທີ່ຕິດຕໍ່:
ຖະໜົນໄກສອນພົມວິຫານ, ບ້ານໂພນພະເນົາ
ໂທລະສັບ: 021-720265-720266 Fax:021-720264
Email:viot_lao@yahoo.com

__________________
Anonymous

Date:
Permalink   

Good! this is a new way for study in Laos, hope this college will be the best college in the furture.

Thank you for giving the chance to us!!!winkwinkwinkwinkwinkwinkwink

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard