Members Login
Username 
 
Password 
    Remember Me  
Post Info TOPIC: TOELF ແຫ່ງທຳອິດໃນ ສປປ ລາວ


Guru

Status: Offline
Posts: 1451
Date:
TOELF ແຫ່ງທຳອິດໃນ ສປປ ລາວ
Permalink   



ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 12 ມີນາ 2007 12:05 ນ. 
              ການສຶກສາໃນບ້ານເຮົາ ປັດຈຸບັນສາມາດເວົ້າໄດ້ວ່າ ມີການພັດທະນາຂຶ້ນກ່ວາແຕ່ກ່ອນຫຼາຍ ບໍ່ວ່າຈະເປັນ
ການລົບລ້າງການກືກຫນັງສືຂອງປະຊາຊົນລາວ ການພັດທະນາການສຶກສາ ການຂະຫຍາຍໂອກາດທາງການສຶກສາ
ແລະ ອື່ນໆເປັນຕົ້ນ ໃນນັ້ນເວົ້າສະເພາະການສຶກສາຕໍ່ໃນຕ່າງປະເທດ ກໍເຫັນວ່າໄດ້ຮັບການຊ່ວຍເຫຼືອຈາກນາໆປະ
ເທດຢ່າງບໍ່ຂາດສາຍ ດ້ານຫນຶ່ງ ການສຶກສາຕໍ່ໃນຕ່າງປະເທດດ້ວຍ ທຶນຂອງຕົນເອງ ຫຼື ຂອງຄອບຄົວທີ່ມີເງື່ອນໄຂກໍ
ເພີ່ມຂຶ້ນຫຼາຍ ດັ່ງນັ້ນ ເມື່ອກ່າວເຖິງ ໂທເຟວ (TOEFL-Test of English as a Foreign Language) ຫຼື ສະຖາບັນ
ສອບເສັງພາສາອັງກິດ ກ່ຽວກັບພາສາຕ່າງປະເທດ ຊຶ່ງໃຫ້ບໍລິການສອບເສັງພາສາອັງກິດທີ່ຫນ້າເຊື່ອຖືແຫ່ງຫນຶ່ງຂອງ
ໂລກ ແລະ ຫຼາຍທ່ານກໍອາດຈະຮູ້ຈັກດີ ໂດຍສະເພາະຜູ້ທີ່ຈະໄປສຶກສາຕໍ່ໃນຕ່າງປະເທດ ຫຼື ເຄີຍຮຽນຢູ່ຕ່າງປະເທດມາ
ແລ້ວ ເພາະຄະແນນໂທເຟວ ເປັນຄະແນນພາສາອັງກິດທີ່ຫຼາຍສະຖາບັນການສຶກສາເກືອບທຸກແຫ່ງໃນໂລກໃຫ້ຄວາມ
ເຊື່ອຖືຫຼາຍທີ່ສຸດ ແລະ ກຳນົດເປັນອີກເງື່ອນໄຂຫນຶ່ງໃນການທີ່ຈະເຂົ້າໄປສຶກສາຕໍ່ໃນສະຖາບັນດັ່ງກ່າວໃນຕ່າງປະ
ເທດ.
              ສຳລັບ ສປປ ລາວ ແລ້ວ ໃນໄລຍະຜ່ານມາ ກໍມີບາງສະຖາບັນການສຶກສາໄດ້ຍົກເວັ້ນຄະແນນພາສາອັງກິດ
ຂອງໂຮງຮຽນໃນຕ່າງປະເທດນັ້ນ ແຕ່ກໍຕ້ອງໄດ້ເສຍເວລາຕື່ມອີກໃນການເຂົ້າໄປກຽມພາສາໃນສະຖາບັນນັ້ນໆ ຫຼື ຖ້າ
ຈຳເປັນຕ້ອງມີຄະແນນໂທເຟວແທ້ໆ ຜ່ານມາກໍຕ້ອງໄປເສັງຢູ່ປະເທດໃກ້ຄຽງ.

              ແຕ່ປັດຈຸບັນນີ້ ການເສັງໂທເຟວ ຈະບໍ່ລຳບາກອີກຕໍ່ໄປ ເພາະໃນບ້ານເຮົາໄດ້ມີສູນສອບເສັງໂທເຟວແລ້ວ ຢູ່ທີ່
ສະຖາບັນສຸດສະກະ ເຊິ່ງໄດ້ຮັບໃບຢັ້ງຢືນການເປັນສູນສອບເສັງໂທເຟວ ປະຈຳລາວ ຈາກສູນໃຫຍ່ທີ່ສະຫະລັດອາເມລິ
ກາ ມາແຕ່ເດືອນກໍລະກົດ 2006 ແລະ ເລີ່ມສອບເສັງຄັ້ງທຳອິດຕັ້ງແຕ່ເດືອນກັນຍາ 2006 ເປັນຕົ້ນມາ ຊຶ່ງມີມາດຕະ
ຖານທຽບເທົ່າສູນສອບເສັງໂທເຟວອື່ນໆ ກ່ຽວກັບເລື່ອງນີ້ ທ່ານນາງ ວັນຄຳ ສຸລິຍາ ຮອງອຳນວຍການສະຖາບັນສຸດ
ສະກະ ໄດ້ກ່າວວ່າ ການສອບເສັງໂທເຟວ ມີຄວາມຈຳເປັນຫຼາຍຕໍ່ການສຶກສາໃນປັດຈຸບັນ ເປັນຄະແນນເພື່ອນຳໃຊ້
ເຂົ້າໃນການສຶກສາຕໍ່ຕ່າງປະເທດທີ່ຫຼາຍ ສະຖາບັນການສຶກສາໃຫ້ຄວາມເຊື່ອຖື ແລະ ກຳນົດເປັນເງື່ອນໄຂຂອງຜູ້ທີ່
ຈະມາຮຽນນຳອີກ ນອກຈາກນີ້ ກໍຍັງເປັນໂຕວັດແທກລະດັບພາສາອັງກິດຂອງໂຕເຮົາເອງ ຜ່ານມາກໍບໍ່ມີແຕ່ສະເພາະ
ຄົນລາວເທົ່ານັ້ນທີ່ມາເສັງເອົາຄະແນນໂທເຟວຢູ່ສູນແຫ່ງນີ້ ແຕ່ກໍຍັງມີຄົນຕ່າງປະເທດຫຼາຍຄົນທີ່ອາໄສຢູ່ໃນລາວ ກໍ
ມາສອບເສັງຄືກັນ.

              ການສອບເສັງໂທເຟວທີ່ສູນແຫ່ງນີ້ ເປັນແບບລະບົບອອນລາຍຜ່ານທາງອິນເຕີເນັດ ຊຶ່ງເປັນການສອບເສັງ
ແບບໂຕຕໍ່ໂຕກໍວ່າໄດ້ ເປັນການຫຼີກເວັ້ນການສອບເສັງແບບເຈ້ຍ-ສໍ ຊຶ່ງໄດ້ຮັບຜົນດີກວ່າຫຼາຍກໍຄື ຮູ້ໄດ້ລະດັບພາສາ
ຂອງຕົນຢ່າງແທ້ຈິງ ສ່ວນຄະແນນທີ່ອອກມາ ທາງສູນສອບເສັງພວກເຮົາຈະບໍ່ສາມາດຮູ້ໄດ້ເລີຍວ່າ ຜູ້ໃດໄດ້ຄະແນນ
ເທົ່າໃດ ເພາະສູນສອບເສັງໃຫຍ່ຈະເປັນຜູ້ແຈ້ງມາເຖິງຜູ້ສອບເສັງໂດຍກົງ ແລະ ສົ່ງໃບຢັ້ງຢືນຄະແນນໃຫ້ຕາມທີ່ຢູ່ທີ່
ລະບຸໄວ້ໃນໃບສະຫມັກເພື່ອສອບເສັງ.

              ລາຍລະອຽດແມ່ນສາມາດເບິ່ງໄດ້ໃນເວບໄຊຂອງໂທເຟວ ຄື www.ets.org/toefl ໃນນັ້ນ ກໍຍັງມີໃບຮັບສະ
ຫມັກທີ່ສາມາດດາວໂລດໄດ້ ແລະ ລາຍລະອຽດອື່ນໆກ່ຽວກັບການສອບເສັງໂທເຟວ ຊຶ່ງໃນການສອບເສັງຫນຶ່ງຄັ້ງ
ແມ່ນຈະເສຍຄ່າໃຊ້ຈ່າຍປະມານ 140 ໂດລາ ໂດຍຜ່ານບັນຊີທະນາຄານ ແຕ່ໃນກໍລະນີທີ່ບໍ່ມີບັນຊີໃນທະນາຄານ ກໍ
ສາມາດຈ່າຍຜ່ານບັນຊີຂອງສະຖາບັນສຸດສະກະໄດ້ເຊັ່ນກັນ ນອກຈາກນີ້ ຜູ້ທີ່ສົນໃຈຍັງສາມາດສອບຖາມລາຍລະອຽດ
ເພີ່ມເຕີມໄດ້ທີ່ສະຖາບັນສຸດສະກະ ຫຼື ບາງທ່ານທີ່ຄິດຈະສອບເສັງ ແຕ່ບໍ່ມີປະສົບການ ບໍ່ມີຄວາມຮູ້ ຫຼື ບໍ່ເຄີຍເສັງຜ່ານ
ລະບົບອອນລາຍໃນອິນເຕີເນັດຈັກເທື່ອ ທາງສະຖາບັນສຸດສະກະກໍມີຫຼັກສູດກະກຽມໃຫ້ ຊຶ່ງອາດຈະຈ່າຍຕື່ມອີກຈຳ
ນວນຫນຶ່ງ ພ້ອມນີ້ຜູ້ສອບເສັງຍັງສາມາດເລືອກວັນເວລາທີ່ຈະສອບເສັງໄດ້ຕາມຕາຕະລາງວັນເວລາທີ່ຕົນເອງມີ
ຄວາມພ້ອມ ຊຶ່ງຈະມີຕາຕະລາງວັນເວລາທີ່ບັນດາສູນສອບເສັງຕ່າງໆໃນພາກພື້ນດຽວກັນກຳນົດອອກມາໃຫ້ ສາມາດ
ສອບເສັງໃນເວລາດຽວກັນໄດ້ ແລະ ໃນເດືອນຫນຶ່ງຈະມີການສອບເສັງປະມານ 3-4 ຄັ້ງ ໃນເວລາທີ່ແຕກຕ່າງກັນໄປ
ແລ້ວແຕ່ເຮົາຈະສະດວກໃນມື້ໃດຫນຶ່ງ ໂດຍຈະໃຊ້ເວລາໃນການສອບເສັງປະມານ 4 ຊົ່ວໂມງ ມາຮອດປັດຈຸບັນ ສູນ
ແຫ່ງນີ້ໄດ້ຈັດໃຫ້ບໍລິການສອບເສັງແລ້ວເຖິງ 5 ຄັ້ງ ລວມຫຼາຍ 10 ຄົນ ສະນັ້ນ ທ່ານທີ່ໄປສຶກສາຕໍ່ທີ່ຕ່າງປະເທດໂດຍໄດ້
ຜ່ານການສອບເສັງໂທເຟວແລ້ວ ຈາກບ້ານເຮົາເມືອງເຮົາ ເມື່ອໄປພຸ້ນກໍຈົ່ງພູມໃຈໄດ້ເລີຍວ່າ ນັກສຶກສາລາວເຮົາກໍມີ
ລະດັບພາສາອັງກິດທີ່ດີເຊັ່ນກັນ ຊຶ່ງຈະເປັນການຫຼຸດຜ່ອນບັນຫາການໄປກະກຽມພາສາອັງກິດຢູ່ຕ່າງປະເທດລົງໄດ້.



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard